ສາລະວັນ ຝຶກອົບຮົມຄະນະພັດທະນາ ການສຶກສາຂັ້ນບ້ານ

  ðພະແນກສຶກສາທິການ ແລະ ກີລາແຂວງສາລະວັນໄດ້ເປີດບັ້ນ ຝຶກອົບຮົມຄະນະພັດທະນາການສຶກສາຂັ້ນບ້ານ, ວຽກງານປຸກສ້າງ ຫ້ອງກຽມປະຖົມພາຍໃຕ້ໂຄງການ ການສຶກສາກ່ອນໄວຮຽນໃນວັນທີ 12 ມີນາ 2019 ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ທອງໃບ ໄຊຍະສານ ຮອງຫົວໜ້າ ພະແນກສຶກສາທິການ ແລະກີລາ ແຂວງ, ທ່ານ ແສງເພັດຊຸມພົນພັກດີ ຫົວໜ້າພະແນກອອກແບບກໍ່ສ້າງ ແລະສ້ອມແປງກົມການເງິນກະ ຊວງສຶກສາທິການ ແລະກີລາ, ມີ ຫົວໜ້າຫ້ອງການສຶກເມືອງລະຄອນເພັງ, ເລົ່າງາມ, ທິມງານຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ, ຄະນະພັດທະ ນາການສຶກສາຂັ້ນບ້ານຂອງເມືອງລະຄອນເພັງ ແລະເມືອງເລົ່າງາມ ເຂົ້າຮ່ວມ.

  ໃນບັ້ນຝຶກອົບຮົມຄັ້ງນີ້ສຳມະນາກອນກໍ່ຄືຄະນະພັດທະນາການສຶກ ສາຂັ້ນບ້ານໄດ້ຮຽນຮູ້ກ່ຽວກັບສະ ພາບລວມຂອງໂຄງການ, ການຄຸ້ມ ຄອງບໍລິຫານວຽກປຸກສ້າງໂຮງຮຽນ ໂດຍຊຸມຊົນເປັນເຈົ້າການ, ລະບົບການເງິນຂອງໂຄງການ, ວຽກງານສິ່ງແວດລ້ອມ  ແລະແບບ ຟອມກວດກາການປຸກສ້າງ ໂດຍຊຸມ ຊົນເປັນເຈົ້າການໃຫ້ແກ່ທິມງານຂັ້ນ ແຂວງ ແລະຂັ້ນເມືອງ ແລະຄະນະ ພັດທະນາການສຶກສາຂັ້ນບ້ານຄະນະພັດທະນາການສຶກສາຂັ້ນບ້ານ ທີ່ມີຕໍ່ຂະແໜງການສຶກສາເປັນຕົ້ນ ແມ່ນການເຂົ້າໂຮງຮຽນຂອງເດັກ ສຳລັບເຂດຫ່າງໄກສອກຫຼີກ, ບໍ່ມີໂຮງຮຽນຢູ່ພາຍໃນບ້ານ, ບໍ່ມີໂຮງຮຽນທີ່ເໜາະສົມ ຫຼື ເປັນໂຮງຮຽນທີ່ບໍ່ສົມບູນ, ບໍ່ມີຫ້ອງກຽມປະຖົມ, ຂາດຄູສອນຢູ່ກັບບ້ານອາຄານສະ ຖານທີ່ແລະອຸປະກອນບາງຢ່າງໃນ ການຮຽນ-ການສອນ, ຊຸມຊົນບໍ່ທັນ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມ ສຳຄັນຂອງຂະແໜງການສຶກສາ, ຄອບຄົວຍັງຂາດເຂີນບໍ່ມີທຶນສົ່ງລູກ ເຂົ້າໂຮງຮຽນ, ດັ່ງນັ້ນ, ເພື່ອແກ້ໄຂ           ບັນຫາເຫຼົ່ານີ້ໂຄງການ ການສຶກສາ ກ່ອນໄວຮຽນແມ່ນຈະໄດ້ສະໜອງ ຫ້ອງກຽມປະຖົມພ້ອມເຟີນີເຈີ, ຫ້ອງນໍ້າ ແລະອຸປະກອນເຄື່ອງຫຼິ້ນເພື່ອດຶງດູດຄວາມສົນໃຈຂອງເດັກນ້ອຍ ທີ່ຈະເຂົ້າມາຮຽນ ແລະທີ່ສໍາຄັນກໍ່ ແມ່ນຄະນະພັດທະນາການສຶກສາ ຂັ້ນບ້ານຕ້ອງໄດ້ເປັນເຈົ້າການໃນປຸກລະດົມພໍ່ແມ່ປະຊາຊົນໃຫ້ສົ່ງລູກຫຼານຂອງຕົນໄດ້ຮໍ່າຮຽນໜັງສື ໂດຍ ສົມທັບກັບອຳນາດການປົກຄອງຜູ້ ບໍລິຫານການສຶກສາຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ ແລະຄູອາຈານເພື່ອຊອກຫາວິທີການດຶງດູດ ຈິດໃຈ ແລະສ້າງຄວາມສົນໃຫ້ເດັກ ນ້ອຍຢາກຮຽນໜັງສືໃຫ້ຫຼາຍຂຶ້ນ.

  ທ່ານ ນາງ  ທອງໃບ ໄຊຍະສານ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງກໍ່ໄດ້ມີຄຳເຫັນ ໂດຍ ເນັ້ນໜັກໃຫ້ຄະນະພັດທະນາການສຶກສາຂັ້ນບ້ານເອົາໃຈໃສ່ໃນການ ຝຶກອົບຮົມຄັ້ງນີ້ດ້ວຍຄວາມຕັ້ງໃຈ ເພື່ອຈະຖອດຖອນບົດຮຽນຮ່ວມກັນ ທັງ 2 ເມືອງຄື: ເມືອງລະຄອນເພັງ ແລະເມືອງເລົ່າງາມຮ່ວມກັບທິມງານກະຊວງ, ທິມງານຂັ້ນແຂວງ, ຂັ້ນເມືອງເພື່ອຮັບຮູ້ ແລະເຂົ້າໃຈ ຢ່າງເລິກເຊິ່ງເຖິງພາລະບົດບາດທີ່ ສໍາຄັນ, ຊຶ່ງໄລຍະການຝຶກອົບຮົມນີ້ແມ່ນຮຽກຮ້ອງເອົາໃຈໃສ່ປຶກສາຫາລືແລກປ່ຽນຄວາມຮູ້ ຊຶ່ງກັນ ແລະກັນເພື່ອໃຫ້ມີຄວາມເຂົ້າໃຈ ຫຼາຍຂຶ້ນໃນການຈັດຕັ້ງປະຕິບັດໃນ ຕໍ່ໜ້າໃຫ້ມີຜົນສຳເລັດ  ແລະມີປະສິດ ທິພາບສູງບົນພື້ນຖານຄວາມສາ ມັກຄີ.

ໂດຍ: ແຫຼງຄຳ