ປະຫວັດຄວາມເປັນມາໜັງສືພີມປະຊາຊົນເສດຖະກິດ-ສັງຄົມ.

       ໜັງສືພີມປະຊາຊົນເສດຖະກິດ-ສັງຄົມໄດ້ສ້າງຕັ້ງຂື້ນຕາມໃບອະນຸຍາດ ກົມສື່ມວນຊົນ ກະຊວງຖວທ ສະບັບ ເລກທີ250/ສມຊ ລົງວັນທີ 18/09/2006ແລະໄດ້ເລີ່ມພິມຈຳໜ່າຍອອກສູ່ສັງຄົມ ສະບັບທຳອິດທີ່ຈັດພິມເປັນລາຍ ວັນ ໃນວັນທີ 01 / 01 /2007 ເປັນຕົ້ນມາປະກອບມີ 12 ໜ້າພິມ ຊື່ງເບື້ອງຕົ້ນມີລວງກ້ວາງ 30ຊມ ແລະລວງຍາວ 43ຊມ ແຕ່ຕໍ່ມາຮອດວັນທີ 01/ 06/2007 ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ຈື່ງໄດ້ພັດທະນາປ່ຽນແປງ ໜ້າໜັງສືພິມຕື່ມອີກ ຊື່ງມີລ່ວງກ້ວາງ 37 ຊມ, ລ່ວງຍາວ 53ຊມ ມີສໍານັກງານເລກທີ 18 ຕັ້ງຢູ່ຖະໜົນທ່າເດື່ອຫຼັກ 7 ( ຕໍ່ໜ້າຄ້າຍຈີນາຍໂມ້ )ໂດຍທ່ານທອງລິດຫຼ່ຽມໄຊຍະຈັກ ພ້ອມດ້ວຍ ຄະນະບັນນາທິການໜັງສືພິມປະຊາຊົນ ເສດຖະກິດ-ສັງຄົມເປັນຜູ້ກຳກັບດ້ານເນື້ອໃນທັງພາຍໃນແລະຕ່າງປະເທດທັງໝົດ ແຕ່ກໍ່ຢູ່ພາຍໃຕ້ການຊີ້ນຳ ຂອງຄະນະບັນນາທິການໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ.

        ໜັງສືພິມປະຊາຊົນ ເສດຖະກິດ-ສັງຄົມແມ່ນໄດ້ກຳເນີດເກີດຂື້ນຖືກກັບຊ້ວງໄລຍະເວລາທີ່ປວງຊົນລາວທັງ ຊາດພວມສຸມທຸກກຳລັງແລະແນວຄິດຈິດໃຈເຂົ້າໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ 5 ປີ ຄັ້ງທີ VI ( 2006 – 2010 )ເຂົ້າສູ່ຊີວິດຕົວຈິງສັງຄົມ ແລະໜັງສືພິມປະຊາຊົນ ເສດຖະກິດ-ສັງຄົມ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນເປັນເຄື່ອງມືໂຄສະນາເຜີຍແຜ່ແນວແນວທາງນະໂຍບາຍຂອງພັກແລະລັດຖະບານ ດ້ວຍຮູບການຈັດຕັ້ງເປັນຄໍລັມ ສຳລັບແຕ່ລະເປົ້າໝາຍ ເປັນຕົ້ນແມ່ນການຊຸກຍູ້ການຜະລິດ ເປັນສິນຄ້າຕ່າງໆ, ການຍົກສູງຄຸນນະພາບ ຂອງຜະລິດຕະພັນອຸດສະຫະກຳແລະປ່າໄມ້.ໂຄສະນາຢ່າງ ກ້ວາງຂວາງກ່ຽວກັບໂຄງການກໍ່ສ້າງ, ການລົງທືນພາຍໃນ ແລະຕ່າງປະເທດທີ່ມີປະສິດທິຜົນສູງ ຫຼື ເປັນບາງອັນທີ່ຍໍ້ທໍ້ແຕ່ເພື່ອເປັນແບບຢ່າງໃນການພັດທະນາຕໍ່ໄປ.ພ້ອມດ່ຽວຍັງໄດ້ນຳສະເໜີຜົນງານການເຄື່ອນໃຫວທາງດ້ານການເງິນ, ທະນາ ຄານ, ການຄ້າ, ການບໍລິການ, ການທ່ອງທ່ຽວທີ່ເປັນຫົວໜ່ວຍທຸລະກິດ ຂອງພາກລັດ ແລະເອກະຊົນ.ຄຽງຄູ່ກັນນີ້, ຍັງມີ ບົດຂ່າວໂຄສະນາທາງດ້ານການເມືອງ, ວັດທະນະທຳ-ສັງຄົມ, ສືກສາ-ກິລາ ແລະວິທະຍາສາດ-ເຕັກໂນໂລຊີຕ່າງໆອອກຢູ່ໜ້າໜັງສືພິມແຕ່ລະວັນເປັນປະຈຳເຊັ່ນກັນ.ໃນດ້ານການຈຳໜ່າຍໜັງສືພິມປະຊາຊົນ ເສດຖະກິດ-ສັງຄົມ ແມ່ນມີຂໍ້ດີທີ່ພິມ ແລະຈຳໜ່າຍໄປພ້ອມກັບໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ. ສະນັ້ນໜັງສືພິມເສດຖະກິດ-ສັງຄົມ ໄດ້ມີຕົວເລກພິມເຖີງ 8.800 ກ່ວາສະບັບຕໍ່ວັນ ແລະສາມາດຈຳໜ່າຍແຈກຍາຍໄປໄດ້ທົ່ວທຸກແຂວງຂອງປະເທດ ເຮົາ ໂດຍສະເພາະແມ່ນຢູ່ ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງຫລວງພະບາງ, ແຂວງ ຄຳມ່ວນ, ບໍລິຄຳໄຊ, ອຸດົມໄຊ, ຫຼວງນ້ຳທາ, ຊຽງຂວາງ ແລະບັນດາແຂວງອື່ນໆທີ່ມີຈໍາໜ່າຍແຈກຢາຍທຸກໆມື້ເໝືອນກັນ.

         ເວົ້າລວມແລ້ວ, ໜັງສືພິມປະຊາຊົນ ເສດຖະກິດ-ສັງຄົມ ເຖີງຈະມີອາຍຸຍັງອອ່ນນ້ອຍພຽງ 11 ປີແຕ່ຍ້ອນຂັ້ນເທິງໃຫ້ຄວາມສຳຄັນຕິດຕາມຢ່າງຕໍ່ເນື່ອງເປັນຕົ້ນກະຊວງ ຖວທ,ການນຳຂັ້ນສູງແລະທ່ອງຖີ່ນກໍ່ໃຫ້ຄວາມສົນໃຈພ້ອມທັງແນະນໍາແນວທາງພັດທະນາຕ່າງໆ ຂອງສັງຄົມໃຫ້ແກ່ຄະນະບັນນາທິການໜັງສືພິມປະຊາຊົນເສດຖະກິດ-ສັງຄົມຢ່າງເປັນປະຈຳ.

                                                                .