ໂຮງພີມປະຊາຊົນ

    ໂຮງພີມປະຊາຊົນເປັນວິສາຫະກິດສ່ວນບຸກຄົນໄດ້ສ້າງຕັ້ງຂື້ນໃນວັນທີ 01/07/2010ໂດຍມີ ໃບອະນຸຍາດ

ເຄື່ອນໃຫວຕາມລະບຽບ ຫຼືຫຼັກການ ການເຄື່ອນໃຫວວິສາຫະກິດ ຂອງ ສປປ ລາວ ຢ່າງຄັກແນ່ແຕ່ລະປີຈົນມາຮອດ

ປັດຈຸບັນ ເປັນໂຮງພິມທີ່ເປັນຕືກ3ຊັ້ນເຊິ່ງມີເນື້ອທີ່ດິນທັງໝົດແມ່ນ2.900ກວ່າແມັດກາເຣຕັ້ງຢູ່ ບ້ານຫາດຊາຍຂາວ

ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.ໂຮງພິມປະຊາຊົນໄດ້ກຳເນີດເກີດຂື້ນເພື່ອຮັບໃຊ້ການພິມໜັງສືພິມ

ປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວຕາມໃບອະນຸຍາດການຍົກຍ້າຍການພິມຈາກທ່ານລັດຖະມົນ

ຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ 63/ຖວທ ລົງວັນທີ 27/01/2011.ນອກຈາກໂຮງພີມປະຊາຊົນ ໄດ້ຮັບພິມໜັງສືພິມປະຊາຊົນແລ້ວ ຍັງມີພິມໜັງສືພິມປະເທດລາວ, ໜັງສຶພິມພາສາຕ່າງ

ປະເທດສະບັບລາຍ ວັນເສົາ( WEEKED ), ພິມໜັງສືພິມປະຊາຊົນ ເສດຖະກິດ-ສັງຄົມແລະໜັງສືພິມ ປະຊາຊົນ

ວັນອາທິດ ຢ່າງເປັນປະຈຳແຕ່ລະວັນ ແລະອາທິດ. ນອກຈາກນີ້ ໂຮງພິມແຫ່ງນີ້ຍັງຮັບພີມເອກະສານ ແລະອອກແບບ

ການພິມຕ່າງໆໄດ້ເຊັ່ນ :

  • ຮັບພິມບິນ-ບົງເກັບເງິນ-ຮັບເງິນ, ນາມບັດ, ບັດເຊີນ, ບັດອວຍພອນ, ພິມຊອງຈົດໝາຍ, ປີ້ຝາກລົດ,

ໃບຍ້ອງຍໍ, ໃບສອບເສັງ, ໂປສເຕີ, ແຜນພັບ, ບົວຊວາ, ເມນູອາຫານ, ປະຕິທິນທຸກຊະນິດທຸກຂະໜາດ.

  • ພິມເອກະສານກ່ຽວຂ້ອງການເງິນ, ການທະນາຄານທຸກຢ່າງ, ພິມປື້ມຂຽນ, ປື້ມອ່ານ,ປື້ມຄູ່ມື, ປື້ມວິຊາກາ

ການຕາມຂະໜາດຄວາມຕ້ອງການແລະອື່ນໆອີກຫຼາຍຢ່າງຕາມສັ່ງ.

  • ຮັບເຄືອບເຫຼື້ອມ, ເຄືອບແຂງ, ພິມສະຕິກເກີ, ອອກແບບໂລໂກ, ສະຫຼາກສິນຄ້າດ້ວຍຮູບແບບ, ເຂົ້າກາວ

ຮ້ອນ, ຫຽິບເຂັມປື້ມແລະເອກະສານຕ່າງໆ, ເຮັດກາບໃບປະກາດຕ່າງໆ, ຈັດໜ້າ-ອອກແບບສື່ສິ່ງພິມແລະ

ຮັບພິມໜັງສືພິມຕ່າງໆທຸກຂະໜາດ,ທຸກຊະນິດພ້ອມຮັບຍິງເຜດ-ຍິງພິມທູກຂະໜາດ.

  • ໂຮງພີມປະຊາຊົນປະກອບມີລະບົບເຄື່ອງຈັກທີ່ທັນສະໃໝແລະການຈັດຕັ້ງທີ່ແໜ້ນໜາເພື່ອບໍລິການຮັບ

ໃຊ້ທ່ານໃນທຸກລະດັບການພິມຈະພິມດ້ວຍເຄື່ອງຈັກ-ອອບເຊັດ ຫຼື ຈັກພິມດີຈີຕອນ ພວກເຮົາສາມາດ

ຊ່ວຍເຮັດໃຫ້ທ່ານໄດ້ດ້ວຍການບໍລິການທີ່ວອງໄວໃຫ້ທຸກໆທ່ານດ້ວຍ.

ສະນັ້ນ, ທ່ານໃດຫາກນືກເຖີງວຽກພິມຂໍທ່ານໄດ້ຄິດເຖິງໂຮງພິມປະຊາຊົນທີ່ນອກຈາກມີຢູ່ນະຄອນຫຼວງວຽງຈັນ

ແລ້ວພວກເຮົາຍັງມີຢູ່ສາຂາທີ່ເມືອງປາກເຊແຂວງຈຳປາສັກຮັບໃຊ້ທ່ານໄດ້ທຸກເວລາເຊັ່ນດ່ຽວກັນດ້ວນ.

                                              ຜູ້ອຳນວຍການໂຮງພີມປະຊາຊົນ