ການຊ່ວຍເຫຼືອຕອງກາຍັງຄົງສິ້ນຫວັງ ເພາະລະບົບສື່ສານຖືກຕັດຂາດ

ຫຼັງຈາກທີ່ພູໄຟ “ຮັງກາ-ຕອງກາ-ຮັງກາ-ຢາໄປ” (Hunga-Tonga-Hunga-Ha’apai) ໃຕ້ທະເລ, ເກີດລະເບີດຂຶ້ນເມື່ອວັນທີ 15 ມັງກອນ 2022, ຜ່ານໄປໄດ້ 4 ວັນ ຈິ່ງມີລາຍງານຢືນຢັນພົບຜູ້ເສຍຊີວິດລາຍທຳອິດ, ທ່າມກາງຄວາມຫຍຸ້ງຍາກດ້ານການຕິດຕໍ່ປະສານງານເພື່ອດໍາເນີນການຊ່ວຍເຫຼືອດ້ານຕ່າງໆ, ເນື່ອງຈາກການສື່ສານໄດ້ຮັບຜົນກະທົບຈົນລະບົບກາຍເປັນສູນ (0) ຈິ່ງເຮັດໃຫ້ປະເທດຕອງກາຍັງຄົງຖືກຕັດຂາດຈາກໂລກພາຍນອກ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານໃນວັນທີ 18 ມັງກອນ 2022 ວ່າ: 4 ວັນຫຼັງຈາກເຫດພູໄຟ “ຮັງກາ-ຕອງກາ-ຮັງກາ-ຢາໄປ” ລະເບີດ, ຈິ່ງມີລາຍງານພົບຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນລາຍທຳອິດຄື ແອງເຈລາ ໂກລເວີຣ໌ ແມ່ຍິງຊາວອັງກິດໄວ 50 ປີ, ທີ່ອາໄສຢູ່ກັບສາມີໃນປະເທດຕອງກາ, ຊຶ່ງຜູ້ເຄາະຮ້າຍຖືກຄື້ນສຶນາມິຊັດຫາຍໄປໃນຂະນະພະຍາຍາມອອກໄປຊ່ວຍຊີວິດໝາ. ໂດຍນ້ອງຊາຍຂອງຜູ້ເສຍຊີວິດໄດ້ອອກມາເປີດເຜີຍຫຼັງຈາກພົບສົບຂອງເອື້ອຍແລ້ວ.

ຢ່າງໃດກໍຕາມ, ມາເຖິງວັນນີ້ ຍັງບໍ່ສາມາດຮັບຮູ້ສະພາບຄວາມເສຍຫາຍທີ່ເກີດຂຶ້ນກັບຕອງກາ, ເພາະຊ່ອງທາງການຕິດຕໍ່ສື່ສານຍັງຄົງຖືກຕັດຂາດຈາກໂລກພາຍນອກ, ຈາກຜົນກະທົບທີ່ເກີດຂຶ້ນຈາກພູໄຟໃຕ້ທະເລລະເບີດສົ່ງຜົນໃຫ້ການຊ່ວຍເຫຼືອສຸກເສີນຍັງບໍ່ສາມາດເຮັດໄດ້ເພາະໂທລະສັບຍັງໃຊ້ງານບໍ່ໄດ້ເຊັ່ນດຽວກັບສາຍອິນເທີຣ໌ເນ໊ຕໃຕ້ທະເລກໍເສຍຫາຍ, ຊຶ່ງຄາດຄະເນວ່າຕ້ອງໃຊ້ເວລາສ້ອແປງຫຼາຍສັບປະດາ.