ວິໄຈຊີ້ ໃສ່ໜ້າກາກອະນາໄມ ຊ່ວຍເພີ່ມສະເໜ

ການສວມໃສ່ໜ້າກາອະນາໄມ (ຜ້າປິດປາກ-ດັງ) ເຫັນຜົນຢ່າງມີໄນສຳຄັນຕໍ່ການເພີ່ມສະເໜດຶງດູດໃຫ້ກັບໃບໜ້າ ແລະຊະນິດຂອງໜ້າກາກກໍມີຜົນດ້ານສະເໜເຊັ່ນກັນ.

ໂດຍ ດຣ. ມິເຊລ ເລວິສ ຜູ້ຊ່ຽວຊານດ້ານໃບໜ້າ, ຈາກຄະນະຈິດຕະວິທະຍາ ມະຫາວິທະຍາ ໄລຄາຣ໌ດິຟຟ໌, ໃຫ້ສຳພາດຕໍ່ສື່ກ່ຽວກັບຜົນການສືກສາຄວາມປ່ຽນແປງທາງຈິດຕະວິທະຍາຂອງຊາວອັງກິດ, ທີ່ມີຕໍ່ການສວມໃສ່ໜ້າກາກອະນາໄມໃນຊ່ວງການລະບາດຂອງພະຍາດໂຄວິດ-19.

ຜົນການສຶກສາພົບວ່າໜ້າກາກທີ່ເຮັດໃຫ້ໃບໜ້າເບິ່ງມີສະເໜຫຼາຍທີ່ສຸດຄື: ໜ້າກາກອະນາໄມສີຟ້າ (ແບບໃສ່ແລ້ວຖິ້ມ) ທີ່ແພດໃຊ້ໃນຫ້ອງຜ່າຕັດ, ຮອງລົງມາຄືໜ້າກາກອະນາໄມທີ່ເຮັດຈາກຜ້າ. ງານວິໄຈນີ້, ພົບການປ່ຽນແປງທັດສະນະຄະຕິຂອງຜູ້ຄົນຕໍ່ການສວມໃສ່ໜ້າກາກອະນາໄມ, ຈາກເດີມທີ່ເຄີຍເບິ່ງວ່າໜ້າກາກອະນາໄມເປັນສັນຍານກ່ຽວກັບພະຍາດ ຫຼື ຄວາມເຈັບປ່ວຍ ຈິ່ງຄວນຈະຕ້ອງຫຼີກເວັ້ນ ຫຼື ບໍ່ເຂົ້າໃກ້, ແຕ່ປັດຈຸບັນກໍກາຍມາເປັນການຍອມຮັບ ແລະ ເກີດຄວາມຮູ້ສຶກໃນດ້ານບວກ.

ການທົດລອງທີ່ເຮັດຂຶ້ນເມື່ອເດືອນກຸມພາ 2021 (ໃຊ້ເວລາ 7 ເດືອນ) ຫຼັງຈາກການອອກຂໍ້ບັງຄັບໃຫ້ປະຊາຊົນໃນປະເທດອັງກິດ ຕ້ອງສວມໃສ່ໜ້າກາກອະນາໄມ, ເພື່ອສຶກສາວ່າໜ້າກາກອະນາໄມແຕ່ລະຊະນິດ, ມີຜົນຕໍ່ສະເໜດຶງດູດແນວໃດ? ໂດຍໃຫ້ກຸ່ມແມ່ຍິງທີ່ເຂົ້າຮ່ວມວິໄຈ, ເປັນຝ່າຍໃຫ້ຄະແນນຄວາມມີສະເໜດຶງດູດຈາກການເບິ່ງຮູບພາບໃບໜ້າຂອງຜູ້ຊາຍ 40 ຄົນ ໃນ 4 ແບບຄື ໃບໜ້າທີ່ບໍ່ໃສ່ໜ້າກາກອະນາໄມ, ຽບທຽບກັບໃບໜ້າທີ່ສວມໃສ່ໜ້າກາກຜ້າ, ໃບໜ້າທີ່ສວມໃສ່ໜ້າກາກອະນາໄມທາງການແພດ (ສີຟ້າ) ແລະ ໃບໜ້າທີ່ປິດເຄິ່ງລຸ່ມດ້ວຍປົກໜັງສືສີດໍາ, ຊຶ່ມີຄະແນນນັບຕັ້ງແຕ່ 1-10.

ການສຶກສາຊີ້ບອກວ່າ: ໃບໜ້າທີ່ຢູ່ພາຍໃຕ້ໜ້າກາກອະນາໄມທາງການແພດນັ້ນ, ມີສະເໜດຶງດູດຫຼາຍທີ່ສຸດ. ອາດຈະເປັນເພາະບຸກຄະລາກອນທາງການແພດພາກັນສວມໃສ່ໜ້າກາກສີຟ້າ ແລ້ວຮູ້ສຶກວ່າປອດໄພ, ຊຶ່ງຕອນນີ້ ເຮົາກໍເຊື່ອມໂຍງສິ່ງເຫຼົ່ານີ້ເຂົ້າກັບຜູ້ຄົນໃນຊ່ວງເວລາທີ່ຮູ້ສຶກມີຄວາມສ່ຽງ ແລະ ການຫາໜ້າກາກທາງການແພດມາສວມໃສ່ກໍຊ່ວຍໃຫ້ຮູ້ສຶກອົບອຸ່ນໃຈ, ທັງເຮັດໃຫ້ເກີດຄວາມຮູ້ສຶກດ້ານບວກກັບຄົນອື່ນໆທີ່ສວມໃສ່ອີກດ້ວຍ” ດຣ. ມິເຊລ ເລວິສ ກ່າວ.