ນັກສຶກສາພະຍາບານ ລົງຝຶກງານ ຢູ່ 3 ບ້ານເມືອງຫີນບູນ

  ພິທີມອບ-ຮັບນັກສຶກສາຊັ້ນສູງພະຍາບານສາຍກົງລຸ້ນທີ 2 ລົງຝຶກປະຕິບັດຕົວຈິງຊຸມຊົນຢູ່ 3 ບ້ານຄື: ບ້ານມ່ວງໄຂ່, ບ້ານນາ ໂດນ ແລະບ້ານນ້ອຍໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 12 ມີນາ 2019 ຢູ່ທີ່ວັດບ້ານມ່ວງໄຂ່ ເມືອງ ຫີນບູນແຂວງຄໍາມ່ວນກ່າວມອບ ໂດຍແມ່ນທ່ານ ນາງ ດຣ. ອໍາມາ ລາ ຊໍຊະນະວົງສາ ຮອງອໍານວຍການໂຮງຮຽນສາທາລະນະສຸກ ແຂວງ ແລະກ່າວຮັບໂດຍແມ່ນ ທ່ານ ກ້ອນແກ້ວ ເພັດບົວລະພາ ຫົວໜ້າຫ້ອງວ່າການເມືອງຫີນບູນ, ເຂົ້າຮ່ວມມີຫົວໜ້າຫ້ອງການສາ ທາລະນະສຸກເມືອງ, ອໍານາດການ ປົກຄອງບ້ານ, ພະນັກງານຄູ-ອາ ຈານ, ນັກສຶກສາຜະດົງຄັນພ້ອມ ດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມ .

  ໃນການລົງຝຶກປະຕິບັດຕົວຈິງ ຊຸມຊົນຂອງນັກສຶກສາພະຍາບານ ຊັ້ນສູງປີທີ 3 ລຸ້ນທີ 2 ສົກ 2018- 2019  ມີຈໍານວນທັງໝົດ 70 ຄົນ, ຍິງ 59  ຄົນ, ແບ່ງອອກເປັນ 3 ກຸ່ມເພື່ອປະຈໍາຢູ່ 3 ບ້ານເປົ້າ ໝາຍດັ່ງກ່າວໄລຍະເວລາໃນການ ລົງຝຶກປະຕິບັດຢູ່ຊຸມຊົນລວມທັງໝົດ 4 ອາທິດ ເລີ່ມປະຕິບັດຕົວຈິງແຕ່ວັນທີ 12/3-12/ 4/2019 ຊຶ່ງຈຸດປະສົງລວມຂອງໂຄງການ ນີ້ແມ່ນເພື່ອປະຕິບັດການພະຍາ ບານຕາມບັນຫາຂອງຊຸມຊົນຢ່າງ ມີສ່ວນຮ່ວມ, ເພື່ອແກ້ໄຂບັນຫາສຸ ຂະພາບຂອງຊຸມຊົນຢ່າງມີສ່ວນ ຮ່ວມ ໂດຍໃຊ້ຂະບວນການພະຍາບານຊຸມຊົນ, ເພື່ອໃຫ້ນັກສຶກສາໄດ້ ສ້າງແຜນ ແລະໂຄງການບົນພື້ນ ຖານແນວຄິດທິດສະດີທີ່ໄດ້ຮຽນ ມາເພື່ອແກ້ໄຂບັນຫາ ແລະພັດທະ ນາຊຸມຊົນຢ່າງມີສ່ວນຮ່ວມສໍາລັບຈຸດປະສົງສະເພາະເມື່ອຮຽນຈົບວິ ຊານີ້ແລ້ວຜູ້ຮຽນສາມາດເກັບກໍາ ຂໍ້ມູນດ້ານສຸຂະພາບຢູ່ຂັ້ນຊຸມຊົນ ເພື່ອມາວິເຄາະບັນຫາ, ເພື່ອບົ່ງມະຕິຂັ້ນຊຸມຊົນ, ສ້າງແຜນ  ແລະໂຄງ ການພັດທະນາສຸຂະພາບຢ່າງມີ ສ່ວນຮ່ວມຂອງຊຸມຊົນ  ໂດຍໃຊ້ຂະ ບວນການພະຍາບານຊຸມຊົນ, ຂຽນ ແຜນການປະຕິບັດການພະຍາບານຊຸມຊົນປະຈໍາວັນຕາມຂັ້ນຕອນຂະ ບວນການພະຍາບານ, ປະຕິບັດ ການພະຍາບານຢູ່ບົນພື້ນຖານຂອງແນວຄິດທິດສະດີຢ່າງມີເຫດຜົນ ດ້ວຍການປະຕິບັດການປະຊຸມປຶກ ສາຫາລືກັບການຈັດຕັ້ງໃນຂັ້ນຊຸມ ຊົນຢ່າງມີສ່ວນຮ່ວມ, ສາມາດສະ ແດງຄວາມຄິດເຫັນທີ່ດີ ແລະມີມະ ນຸດສໍາພັນອັນດີກັບອໍານາດການ ປົກຄອງທ້ອງຖິ່ນ .

 ພາຍຫຼັງສໍາເລັດຈາກການລົງ ຝຶກປະຕິບັດຕົວຈິງຊຸມຊົນນັກສຶກ ສາຈະໄດ້ຮັບປະສົບການທີ່ໄດ້ປະ ຕິບັດຕົວຈິງໃນການເກັບກໍາຂໍ້ມູນ ດ້ານຕ່າງໆຮ່ວມກັບຄະນະກໍາມະ ການຮັກສາສຸຂະພາບຂັ້ນບ້ານຂອງເມືອງ, ນັກສຶກສາໄດ້ຮັບປະ ສົບການ, ໄດ້ຮຽນຮູ້ດ້ານຕ່າງໆ ໃນການຈັດຕັ້ງປະຕິບັດ, ຮູ້ຈັກສາຍ ເຫດຂອງບັນຫາ, ຮູ້ຈັກແກ້ໄຂບັນ ຫາ, ຮູ້ຈັກນໍາສະເໜີບັນຫາທີ່ຄົ້ນພົບ ແລະສາມາດນໍາສະເໜີຕໍ່ຂັ້ນເທິງ .

  ບ້ານມ່ວງໄຂ່, ບ້ານນາໂດນ ແລະບ້ານນ້ອຍແມ່ນນອນໃນຈໍາ ນວນ 100 ບ້ານຂອງເມືອງຫີນ ບູນ ແລະນອນຢູ່ໃນກຸ່ມບໍ່ໂພນຕິ້ວ ເຊິ່ງທັງ 3 ບ້ານປະກອບມີ 423 ຫຼັງຄາ, 475 ຄອບຄົວ, ພົນລະ ເມືອງ 2.414 ຄົນ, ຍິງ 1.234 ຄົນ, ເປັນບ້ານທີ່ຕັ້ງຢູ່ຫ່າງຈາກຕົວ ເມືອງ ແລະຢູ່ໃກ້ກັບແຫຼ່ງຂຸດຄົ້ນ ເຂດບໍ່ໂພນຕິ້ວ, ປະຊາຊົນປະກອບມີ 1 ເຜົ່າຄື: ເຜົ່າລາວ, ປະຊາຊົນ ຍືດຖືອາຊີບປູກຝັງ-ລ້ຽງສັດ, ສ່ວນອາຊີບເສີມແມ່ນຮ່ອນແກ້ວ, ປະຊາ ຊົນນັບຖືສາສະໜາພຸດ .

ໂດຍ: ແດງສະຫວັນ