ອິນໂດນີເຊຍ ກຽມຍ້າຍເມືອງຫຼວງໜີຄວາມແອອັດ ນໍ້າຖ້ວມ ແລະ ມົນລະພິດ

ແຜນການຍ້າຍເມືອງຫຼວງຂອງປະເທດອິນໂດນີເຊຍ, ຈາກຈາກາຣ໌ຕາ ໄປຢູ່ເມືອງນູຊັນຕາລາແຂວງກາລິມັນຕັນເທິງເກາະດອນບໍຣ໌ນຽວ, ໄດ້ຜ່ານການຮັບຮອງຈາກລັດຖະສະພາ ເປັນທີ່ຮຽບຮ້ອຍແລ້ວ. ທັງນີ້, ກໍເພື່ອແກ້ 3 ບັນຫາໃຫຍ່ອັນໄດ້ແກ່ສະພາບຄວາມາແອອັດ, ບັນຫານໍ້າຖ້ວມໜັກ ແລະ ມົນລະພິດ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານໃນວັນທີ 19 ມັງກອນ 2022 ວ່າ: ກະຊວງການເງິນຂອງອິນໂດນີເຊຍໄດ້ເປີດເຜີຍກ່ຽວກັບກົດໝາຍການຕັ້ງເມືອງຫຼວງໃໝ່, ຊຶ່ງມີລາຍລະອຽດຂອງຂອບການຈັດຕັ້ງປະຕິບັດທີ່ໃຊ້ງົບປະມານສູງເຖິງ 32 ພັນລ້ານໂດລາສະຫະລັດ. ໂດຍມີໄລຍະເວລາດຳເນີນການຍ້າຍເມືອງໃນຊ່ວງຕົ້ນລະຫວ່າງປີ 2022 ເຖິງ 2024, ຊຶ່ງຈະເລີ່ມຈາກໂຄງການກໍ່ສ້າງຖະໜົນ ແລະ ທ່າເຮືອ, ເພື່ອໃຫ້ການຂົນສົ່ງສາມາດເຂົ້າເຖິງພື້ນທີ່. ຂະນະທີ່ບາງໂຄງການກໍຈະເປັນການດຳເນີນງານຮ່ວມກັນລະຫວ່າງພາກເອກະຊົນ ແລະ ພາກລັດ.

ສຳລັບເຫດຜົນໃນການຍ້າຍເມືອງຫຼວງຈາກນະຄອນຫຼວງຈາກາຣ໌ຕາ ຊຶ່ງເປັນເມືອງໃຫຍ່ທີ່ມີປະຊາກອນປະມານ 10 ລ້ານຄົນ, ກໍເນື່ອງມາຈາກຄວາມຫຍຸ້ງຍາກລຳບາກຂອງຊາວເມືອງໃຫຍ່ທີ່ຜະເຊີນກັບສະພາບຄວາມແອອັດ, ບັນຫານໍ້າຖ້ວມໜັກ ແລະ ມົນລະພິດ. ຊຶ່ງໂຄງການນີ້ຖືກສະເໜີໂດຍປະທານາທິບໍດີຫຼາຍທ່າມາກ່ອນແລ້ວ. ຕໍ່ມາ, ປະທານາທິບໍດີ ໂຈໂກ ວິໂດໂດ ກໍໄດ້ປະກາດແຜນງານນີ້ເມື່ອປີ 2019, ແຕ່ແຜນກໍຕ້ອງຫຼ້າຊ້າອອກໄປ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໃນຊ່ວງ 2 ປີທີ່ຜ່ານມາ. ຢ່າງໃດກໍດີ, ການຜ່ານກົດໝາຍດັ່ງກ່າວກໍ່ເກີດຂຶ້ນຫຼັງຈາກຂ່າວຈະຕັ້ງຊື່ເມືອງຫຼວງແຫ່ງໃໝ່ວ່າ “ນູ”.