ດາວມະຍຸລີ ນັກມວຍຍິງລາວ ຄວ້າແຊ໋ມໂລກທີ່ປະເທດໄທ

  ນັກມວຍສາວລາວ ນາງ ດາວ ມະຍຸລີ ຈັນທິລາດ ຫຼື ເປັນທິີ່ ຮູ້ຈັກຊື່ຫຼິ້ນດີ້ອາຍຸ21 ປີໂຊຜົນງານໄດ້ຢ່າງໂດດເດັ່ນຫຼັງສາມາດ ຄວ້າແຊ໋ມມວຍໄທໂລກລາຍການ ເສິກຊິງແຊ໋ມມວຍໄທ ໂລກຄັ້ງທີ 2 ຖືວ່າສ້າງຊື່ສຽງໃຫ້ປະເທດ ໂດຍສະເພາະວົງການມວຍລາວໃຫ້ເປັນທີ່ຮູ້ຈັກ ແລະຍອມຮັບທົ່ວ ໂລກ.

  ອີງຕາມຂໍ້ມູນດັ່ງກ່າວຈາກສະ ຫະພັນມວຍແຫ່ງຊາດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 11-15 ມີນາ 2019 ໄດ້ມີການແຂ່ງຂັນມວຍ ໃນລາຍການເສິກຊິງແຊ໋ມມວຍໄທ ໂລກຄັ້ງທີ 2 ທີ່ນະຄອນຣາຊະສີ ມາປະເທດໄທ ຊຶ່ງ ສປປ ລາວ ໄດ້ສົ່ງນັກກີລາມວຍຍິງລາວ ນາງ ດາວມະຍຸລີຈັນທິລາດຮ່ວມ ໂດຍເກມການແຂ່ງຂັນແມ່ນຮອບຊິງ ຊະນະເລີດພົບນັກມວຍແມັກຊິໂກ, ໃນເກມການແຂ່ງຂັນດາວມະຍຸລີ ຖືວ່າອອກອາວຸດໄດ້ດີເດີນໜ້າວາງ ແຄ່ງວາງໝັດຈົນເຮັດໃຫ້ຄູ່ແຂ່ງຕັ້ງ ໂຕບໍ່ທັນເຮັດໃຫ້ຊະນະນ໋ອກໃນຍົກ ທີ 2.

 ສຳລັບນັກກີລາສາວດາວມະ ຍຸລີ  ຈັນທິລາດ ຖືວ່າເປັນນັກກີລາ ຄົບເຄື່ອງຄວາມສາມາດດ້ານ ການ ຕໍ່ສູ້ທີ່ຫຼິ້ນໄດ້ເຊັ່ນເທຄວັນໂດ້, ຄາ ຣາເຕ້, ມວຍລາວ, ມວຍສາກົນ, ມວຍປ້້ຳ ແລະອື່ນໆ.

ໂດຍ: ເຂີຍບ້ານຫ້ອມ