ຊາວໂລກສ່ວນຫຼາຍທຸກລົງໄລຍະລະບາດໂຄວິດ ແຕ່ 10 ມະຫາເສດຖີລໍ້າລວຍຂຶ້ນ 2 ເທົ່າ

 ໃນຂະນະທີ່ຊາວໂລກສ່ວນໃຫຍ່ຕົກທຸກໄດ້ຍາກເພາະເກີດສະພາບລະບາດພະຍາດໂຄວິດ-19 ໃນໄລຍະ 2 ປີຜ່ານມາ, ແຕ່ຫາກວ່າກຸ່ມຄົນພຽງໜ້ອຍໜຶ່ງຊຶ່ງຈັດຢູ່ໃນລະດັບມະຫາເສດຖີ, ຊໍ້າພັດມີລາຍໄດ້ເພີ່ມຂຶ້ນເປັນ 2 ເທົ່າ, ດ້ວຍເມັດເງິນທີ່ໄຫຼເຂົ້າສູ່ຖົງໂດຍສະເລ່ຍ15 ພັນໂດລາສະຫະລັດຕໍ່ວິນາທີ

ລາຍງານຂ່າວຕ່າງປະເທດ ເມື່ອວັນທີ19 ມັງກອນ2022, ໄດ້ອ້າງການເປີດເຜີຍຂອງມູນນິທິ ອ໊ອກຊ໌ແຟມ(Oxfam) ຊຶ່ງເປັນອົງກອນການກຸສົນຂອງສະຫະຣາຊອານາຈັກ (ອັງກິດ)ໂດຍລະບຸ10 ມະຫາເສດຖີທີ່ລ້ຳລວຍທີ່ສຸດໃນໂລກ, ຕາມການຈັດອັນດັບຂອງ ອຣ໌ບສວາລະສານດ້ານການເງິນລະດັບໂລກ, ໂດຍປະກອບມີ: ອີລອນ ມັສກ໌, ເຈຟຟ໌ ເບຊອສ, ແລຣ໌ຣີເພຈ, ເຊີຣ໌ເກຍ໌ ບຣິນ, ມາຣ໌ຄ ຊັຄເກີຣ໌ເບີຣ໌ກ, ບິລ ເກຕສ໌, ສະຕີຟ ບອລລ໌ເມີຣ໌, ແລຣ໌ຣີແອລລິສັນ, ວອຣ໌ເຣນ ບັຟເຟຕຕ໌ ແລະ ແບຣ໌ນາຣ໌ດ ອາຣ໌ໂນລຕ໌. ຊຶ່ງພວກເຂົາມີຊັບສິນລວມກັນເພີ່ມຂຶ້ນແບບກ້າວກະໂດດ,າກ7ແສນລ້ານໂດລາສະຫະລັດ ຂຶ້ນເປັນ1,5 ລ້ານລ້ານໂດລາ, ດ້ວຍລາຍໄດ້ສະເລ່ຍ1,3 ຮ້ອຍລ້ານໂດລາຕໍ່ວັນ ຫຼື 15 ພັນໂດລາຕໍ່ວິນາທີ.

ການທະວີຄູນທາງຊັບສິນຂອງມະຫາເສດຖີເຫຼົ່ານີ້, ມີມູນຄ່າເພີ່ມຂຶ້ໃນໄລຍະເວລາ 2 ປີ,ທີ່ໂລກກຳລັງຜະເຊີນໜ້າກັບການແພ່ລະບາດຂອງພະຍາດໂຄວິດ-19,ຊຶ່ງການໄຫຼເຂົ້າຂອງເມັດເງິນທີ່ພວກເຂົາເຮັດໄດ້ໃນຊ່ວງ2ປີມານີ້,ນັບເປັນມູນຄ່າຫຼາຍກວ່າລາຍຮັບໃນໄລຍະ14ປີຜ່ານມາ,ຊຶ່ງເປັນຊ່ວງທີ່ເສດຖະກິດໂລກພວມປະສົບກັບສະພາວະຫຼຸດຖອຍທີ່ສຸດນັບຕັ້ງແຕ່ຕະຫຼາດຫຼັກຊັບ ວອລລ໌ສະຕີຣ ຫຼົ້ມເມື່ອປີ1929.

ໃນລາຍງານຂອງ ອ໊ອກຊ໌ແຟມ ໄດ້ຢ້ຳເຕືອນຄວາມເລື່ອມລໍ້າ (ຫຼຸດໂຕນ) ທາງການເງິນທີ່ເພີ່ມຂຶ້ນ, ໂດຍລະບຸວ່າ: ເປັນຄວາມຮຸນແຮງທາງເສດຖະກິດ, ທີ່ມີຜູ້ຄົນລົ້ມຕາຍເຖິງ 21ພັນລາຍໃນທຸກໆວັນອັນເນື່ອງມາຈາກໄພອຶດຫິວ, ການເຂົ້າບໍ່ເຖິງບໍລິການດ້ານສາທາລະນະສຸກ,ບັນຫາຄວາມຮຸນແຮງທາງເພດ ແລະ ການປ່ຽນແປງສະພາບພູມີອາກາດ. ຍິ່ງໄປກວ່ານັ້ນກໍຄານແພ່ລະບາດຂອງພຍາດໂຄວິດ-19 ຄັ້ງຮ້າຍແຮງ, ທີ່ເຮັດໃຫ້ຜູ້ຄົນຫຼາຍກວ່າ 160 ລ້ານຄົນຕ້ອງຕົກຢູ່ໃນສະພາບທຸກຍາກຂາດເຂີນ, ຊຶ່ງກຸ່ມປະຊາກອນທີ່ບໍ່ແມ່ນຄົນຜິວຂາວ ແລະ ແມ່ຍິງ,ແມ່ນກຸ່ມຄົນທີ່ໄດ້ຮັບຜົນກະທົບຈາກບັນຫາຄວາມບໍ່ເທົ່າທຽມທີ່ເພີ່ມສູງຂຶ້ນ.

ທັງນີ້, ອ໊ອກຊ໌ແຟມ ໄດ້ຮຽກຮ້ອງໃຫ້ມີການປະຕິຮູບລະບົບຈັດເກັບພາສີ, ເພື່ອນຳມາເປັນເງິນທຶນໃນການຜະລິດວັຄຊີນແຈກຢາຍປະຊາກອນທົ່ວໂລກ ແລະ ນຳມາສະໜັບສະໜູນວຽກງານບໍລິການດ້ານສຸຂະພາບ, ການແກ້ບັນຫາຄວາມຮຸນແຮງທາງເພດ ແລະ ການແກ້ບັນຫາອັນເກີດຈາກການປ່ຽນແປງສະພາບພູມີອາກາດ, ເພື່ອຊ່ວຍຊີວິດປະຊາກອນທີ່ມີຄວາມບອບບາງ.