“ເດລຕາຄຣອນ” ບໍ່ມີແທ້! ເປັນພຽງການປົນເປື້ອນໃນຫ້ອງແລ໊ບ

“ເດລຕາຄຣອນ” (Deltacron) ບໍ່ມີຢູ່ຈິງ, ຈິ່ງຖືວ່າຈົບກະແສວິພາກວິຈານເລື່ອງການກຳເນີດໂຄວິດ-19 ລູກປະສົມ. ຈາກກໍລະນີທີ່ນັກວິທະຍາສາດມະຫາວິທະຍາໄລໄຊປຣັສ, ໄດ້ເຜີຍແຜ່ຂ່າວໄປທົ່ວໂລກວ່າ: ຄົ້ນພົບໄວຣັສກໍ່ໂຣກໂຄວິດສາຍພັນໃໝ່ຫຼ້າສຸດ ແລະ ຕັ້ງຊື່ໃຫ້ພ້ອມຮຽບຮ້ອຍວ່າ “ເດລຕາຄຣອນ” ເພາະເຊື່ອວ່າເປັນການປະສົພັນລະຫວ່າງ ໄວຣັສເດລຕາ ກັບ ໄວຣັສໂອມິຄຣອນ.

ຜົນສະຫຼຸບເຖິງຂະນະນີ້, ໂດຍ GISAID ໄດ້ຖອດລະຫັດພັນທຸກໍາຂອງໄວຣັສຈາກໄຊປຣັສ 24 ຕົວຢ່າງ ທີ່ໄດ້ສົ່ງໄປໃຫ້ກວດສອບອອກຈາກຖານຂໍ້ມູນແລ້ວ, ເນື່ອງຈາກພົບວ່າ: ຕົວຢ່າງໄວຣັສດັ່ງກ່າວມີລະຫັດເກືອບທັງໝົດເປັນຂອງໄວຣັສເດລຕາ ແລະ ມີພຽງ 2 ຕຳແໜ່ງໃນ 30.000 ຕຳແໜ່ງທີ່ເປັນຂອງໂອມິຄຣອນຄື A67V ແລະ 69-70 Del ໃນສອງຕໍາແໜ່ງທີ່ເປັນຂອງໂອມີຄຣອນນັ້ນ, ຈະພົບຄືກັນໃນທັງ 24 ຕົວຢ່າງ ໂດຍທີ່ລະຫັດພັນທະກຳຂອງເດລຕາໃນແຕ່ລະຕົວຢ່າງກໍບໍ່ໄດ້ຄືກັນໄປໝົດ.

າຍງານຂ່າວຕ່າງປະເທດເມື່ອວັນທີ 20 ມັງກອນ 2022 ລະບຸວ່າ ຜູ້ຊ່ຽວຊານຂອງອົງການອະນາໄມໂລກ ແລະ ນັກໄວຣັສວິທະຍາຊາວອັງກິດ, ໄດ້ອອກມາໃຫ້ຄວາມເຫັນວ່າ: ໜ້າຈະເປັນຄວາມຜິດພາດທາງເທຄນິຄ, ຈິ່ງເກີດການປົນເປື້ອນໃນບາງຂັ້ນຕອນ. ເປັນຕົ້ນແມ່ນນໍ້າຢາຖອດລະຫັດພັນທຸກກຳ, ດັ່ງນັ້ນຈິ່ງເປັນອັນຈົບເລື່ອງໂດຍສົມບູນກ່ຽວກັບໄວຣັສສາຍພັນກາຍພັນ “ເດລຕາຄຣອນ”.