ໃບຢັ້ງຢືນກວດໂຄວິດປອມ ປັ່ນປ່ວນສະວີເດນ

ສະວີເດນ ເລັ່ງຕາມຕົວຜູ້ຖືຜົນກວດໂຄວິດປອມ, ຊຶ່ງຄາດວ່າອາດເດີນທາງອອກໄປທ່ອງທ່ຽວຕາງແດນຈຳນວນຫຼາຍ. ໂດຍຕຳຫຼວດສະວີເດນ, ໄດ້ປະເມີນວ່າ: ອາດມີປະຊາຊົນເດີນທາງໄປຕ່າງປະເທດໂດຍຖືໃບຢັ້ງຢືນຜົນກວດ CoVid-19 ແບບ ພີຊີອາຣ໌ ເປັນລົບ “ຂອງປອມ” ປະມານ 35 ພັນຄົນ. ກໍລະນີນີ້, ກ່ຽວຂ້ອງກັບບໍລິສັດກວດພະຍາດທີ່ຂຶ້ນທະບຽນກັບທາງການຢ່າງຖືກຕ້ອງຕາມກົດໝາຍ.
 
ສຳນັກຂ່າວຕ່າງປະເທດໄດ້ລາຍງານໃນວັນທີ 21 ມັງກອນ 2022 ວ່າ: ຕຳຫຼວດພົບອີເມລ໌ຂອງຜູ້ທີ່ອາດຕົກເປັນເຫຍື່ອກຸ່ມນີ້ໃນລະຫວ່າງການສືບສວນ-ສອບສວນ ບໍລິສັດ “ດ໊ອກເຕີຣ໌ກຣຸ໊ປເປນ”(Doktorgruppen) ທີ່ຖືກກ່າວຫາວ່າອອກໃບຮັບຮອງຜົນກວດໂຄວິດ-19 ເປັນລົບ ໂດຍບໍ່ມີການວິເຄາະຜົນກວດຕາມຄວາມເປັນຈິງ, ຊຶ່ງບໍລິສັດນີ້ ຄິດຄ່າກວດຢູ່ທີ່ 1.500 ໂຄຣເນີຣ໌ສະວີເດນ ຫຼື ປະມານ 1,8 ລ້ານກີບ.
 
“ດ໊ອກເຕີຣ໌ກຣຸ໊ປເປນ” ມີຄລີນິກຢູ່ຫຼາຍແຫ່ງໃນນະຄອນສະຕອກໂຮລ໌ມ ຂອງສະວີເດນ, ຊຶ່ງໄດ້ຂຶ້ນທະບຽນຕາມກົດໝາຍໂດຍສຳນັກງານສາທາລະນະສຸກສະວີເດນ (PHA) ແລະດຳເນີນກິດຈະການມາກວ່າ 6 ເດືອນ, ກ່ອນທີ່ຈະປິດຕົວລົງຫຼັງຈາກຕຳຫຼວດບຸກກວດຄົ້ນເມື່ອກາງເດືອນມິຖຸນາ ປີຜ່ານມາ.
 
ໂດຍໜັງສືພິມທ້ອງຖິ່ນຂອງສະວີເດນ, ໄດ້ລາຍງານວ່າ: ສິ່ງທີ່ເຈົ້າໜ້າທີ່ສອບສວນຕ້ອງການຊາບຈາກຜູ້ທີ່ຕົກເປັນເຫຍື່ອຂອງການຫຼອກລວງຄັ້ງນີ້ກໍຄື ພວກເຂົາມີອາການປ່ວຍໂຄວິດ-19 ໃນຊ່ວງເວລາບໍ່ດົນຫຼັງຈາກເຂົ້າຮັບການກວດພະຍາດຫຼືບໍ່?. ເພາະມີຂໍ້ບົ່ງຊີ້ວ່າ: ຜູ້ທີ່ຕົກເປັນເຫຍື່ອໄດ້ຮັບຜົນກວດໂຄວິດ-19 ເປັນລົບຈາກ ດ໊ອກເຕີຣ໌ກຣຸ໊ປເປນ, ເຮັດໃຫ້ພວກເຂົາເຂົ້າໃຈວ່າກວດພະຍາດຮຽບຮ້ອຍແລ້ວ ແລະ ບໍ່ຕິດເຊື້ອ, ແຕ່ວ່າຜົນກວດນັ້ນຊ້ໍາພັດເປັນຂອງປອມ ແລະ ພວກເຂົາອາດມີອາການປ່ວຍ, ລວມເຖິງອາດເດີນທາງໄປຕ່າງປະເທດໃນຊ່ວງເວລາທີ່ມີຄວາມສ່ຽງຕິດເຊື້ອສູງ.
 
ລາຍງານດຽວກັນ ລະບຸວ່າ: ຕຳຫຼວດໄດ້ຈັບກຸມຜູ້ຕ້ອງສົງໄສທີ່ມີສ່ວນກ່ຽວຂ້ອງກັບ ດ໊ອກເຕີຣ໌ກຣຸ໊ປເປນ, ໄປຢ່າງໜ້ອຍ 5 ຄົນ ແລະ ກຳລັງຖືກກວດສອບໃນສະຖານແພ່ເຊື້ອ, ສໍ້ໂກງ, ໃຫ້ການຕົວະ ແລະຄຸກຄາມຜູ້ອື່ນ.