ຕິດຕັ້ງໄຟເຍືອງທາງ ອຳນວຍໃຫ້ງານໝາກພ້າວນາໄຊ

ຫຼາຍພາກສ່ວນໄດ້ສະໜອງດອກໄຟໂຊລ້າເຊລລ໌ ໃຫ້ແກ່ບ້ານນາໄຊນ້ອຍ ເມືອງສາລະວັນ ແຂວງສາລະວັນ, ເພື່ອຕິດຕັ້ງເຍືອງທາງ ແລະກຽມຄວາມພ້ອມໃຫ້ແກ່ການຈັດງານເທສະການາກພ້າວນາໄຊ.

ເມື່ອວັນທີ 25 ມັງກອນ 2022, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງ, ທ່ານ ຈັນສີລອນ ສົມບູນ ເຈົ້າເມືອງສາລະວັນ ແລະ ທ່ານ ໂພທິຍາ ວົງຈອມສີ ຮອງຫົວໜ້າພະແນກພະລັງງານ-ບໍ່ແຮ່ແຂວງ, ໄດ້ນໍາເອົາດອກໄຟໂຊລ້າເຊລລ໌ ໄປມອບໃຫ້ກັບອຳນາດການປົກຄອງບ້ານນາໄຊນ້ອຍ ຈຳນວນ 20 ດອກ, ໃນນັ້ນ 5 ດອກແມ່ນການສະໜັບສະໜູນຈາກພະແນກພະລັງງານ-ບໍ່ແຮ່ແຂວງ, 5 ດອກແມ່ນໄດ້ຈາກການລະດົມຂອງທ່ານຮອງເຈົ້າແຂວງ  ແລະ ອີກ 10 ດອກແມ່ນໄດ້ຈາກເມືອງສາລະວັນ ລວມມູນຄ່າ 20 ລ້ານກວ່າກີບ,ທັງນີ້ ຮັບໂດຍທ່ານ ສົມຈິດ ສຸລິພະເຕັນ ນາຍບ້ານນາໄຊນ້ອຍ ແລະ ໄດ້ມີການຕິດຕັ້ງສຳເລັດແລ້ວ.

ສຳລັບການຕິດຕັ້ງດອກໄຟໂຊລ້າເຊລລ໌ ກໍເພື່ອສ້າງຄວາມສະຫວ່າງສະໄຫວຕາມເສັ້ນທາງທີ່ຈະໄປສູ່ສະຖານທີ່ຈັດງານເທສະການາກພ້າວນາໄຊ, ຊຶ່ງຈະຈັດຂຶ້ນໃນກາງເດອນມີນານີ້;ພາຍໃນງານຈະມີກິດຈະກຳແຂ່ງງຂັນກລາ, ສີລະປະ, ການປະກວດນາງສາວ ແລະ ອື່ນໆທີ່ຕິດພັນກັບການຜະລິດກະສິກຳ ແລະ ຫັດຖະກຳເປັນສິນຄ້າ.