ສູດເຮັດນໍ້າໝາກມັງກອນ ດື່ມຕ້ານສາລະພັດພະຍາດ

ມື້ນີ້ຈະມາແນະນຳວິທີເຮັດນໍ້າໝາກມັງກອນຊຶ່ງສາມາດຊ່ວຍປ້ອງກັນພະຍາດຕ່າງໆໄດ້ຫຼາຍ ຊະນິດ, ໂດຍຄຸນຄ່າອາຫານໃນໝາກມັງກອນມີ         ແຄວຊ່ຽມ, ຟອດຟໍຣັດ, ທາດເຫຼັກ,  ວິຕາມິນບີ1, ບີ2, ບີ3 ສະນັ້ນ ຈິ່ງຊ່ວຍໃນເລື່ອງການບຳລຸງ ຜິວພັນ, ຫຼຸດນໍ້າໜັກ, ກະດູກ ແລະແຂ້ວໃຫ້ແຂງແຮງລວມທັງຊ່ວຍໃນເລື່ອງຂອງສາຍຕາໄດ້ອີກ.

  1. ຊ່ວຍບັນເທົາອາການໂລກຄວາມດັນ ເລືອດ.
  2. ຊ່ວຍຫຼຸດຄວາມຕຸ້ຍເນື່ອງຈາກເປັນໝາກໄມ້ທີ່ມີແຄລໍຣີຕໍ່າ.
  3. ຊ່ວຍໃນເລື່ອງການບຳລຸງຜິວພັນກະດູກ ແລະແຂ້ວໃຫ້ແຂງແຮງ.
  4. ຊ່ວຍດູດຊັບສານພິດຕ່າງໆອອກຈາກຮ່າງ ກາຍ.
  5. ຊ່ວຍຫຼຸດການເກີດມະເຮັງອີກດ້ວຍ.
  6. ຊ່ວຍປ້ອງກັນການອຸດຕັນຂອງຫຼອດເລືອດຫົວ ໃຈ.
  7. ກະຕຸ້ນການຂັບນໍ້ານົມຂອງແມ່ຍິງ.

8.ແກ້ອາການທ້ອງຜູກ.

ສ່ວນປະສົມ:

  1. ໝາກມັງກອນ 2 ໜ່ວຍ.
  2. ນໍ້າເຊື່ອມ 1 ຖ້ວຍຕວງ.
  3. ນໍ້າຕົ້ມສຸກ 2 ຖ້ວຍຕວງ.
  4. ເກືອ.
  5. ຈອກ 1 ໜ່ວຍ.
  6. ນໍ້າກ້ອນບົດ.

ວິທີເຮັດ:ນຳໝາກມັງກອນມາລ້າງໃຫ້ສະອາດ, ປອກເປືອກອອກແລ້ວນຳໝາກມັງກອນມາຊອຍເປັນຕ່ອນນ້ອຍໆຈາກນັ້ນນຳໃສ່ເຄື່ອງປັ່ນ, ໃສ່ນໍ້າເຊື່ອມຕາມ ດ້ວຍນໍ້າຕົ້ມສຸກປັ່ນໃຫ້ລະອຽດຈົນເປັນເນື້ອດຽວຊີມລົດຊາດຕາມໃຈໝັກຖອກໃສ່ຈອກທີ່ກຽມໄວ້ນຳໄປແຊ່ ເຢັນ ຫຼື ໃສ່ນໍ້າກ້ອນພ້ອມດື່ມໄດ້, ຄວນດື່ມວັນລະ 1 ຈອກ ຕອນເຊົ້າກ່ອນອາຫານ, ຖ້າເຮົາກິນເປັນປະຈຳກໍ່ຈະເຮັດໃຫ້ສຸຂະພາບດີ

ຮຽບຮຽງໂດຍ: ຟ້າ