4 ແຂວງພາກເໜືອ ສະຫຼຸບແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງ

ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ ໄດ້ສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຈາກຫາຍຂະແງການ, ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022. ໂດຍປະເມີນຄວາມຄືບໜ້າໃນການປະຕິບັດວຽກງານຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການ, ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ, ໂຄງການເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ, ໂຄງການຂະຫຍາຍນ້ຳປະປາ, ສຸຂພິບານ ແລະ ອະນາໄມ ແລະ ໂຄງການກອງທຶນຮ່ວມມືສາກົນ ເພື່ອການພັດທະນາ.

ວາລະດັ່ງກ່າວຈັດຂຶ້ນເມື່ອລະຫວ່າງວັນທີ 31 ມັງກອນ-1 ກຸມພາ 2022 ທີ່ແຂວງອຸດົມໄຊ,ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ສາຍໝອນຄຳ ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ.

ພ້ອມນີ້, ກໍໄດ້ລາຍງານຜົນການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ ບ້ານຫ້ວຍຈາຍ ເມືອງຫາ ແຂວງອຸດົມໄຊ, ສະເໜີບົດແນະນຳກົນໄກການປະສານງານລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ, ເຄື່ອງມືການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕົວຈິງກ່ຽວກັບແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຫາຍຂະແໜງການ. ໂດຍຜູ້ແທນກອງປະຊຸມຂັ້ນສູນກາງ ແລະ 4 ແຂວງ, ກໍໄດ້ແລກປ່ຽນບົດຮຽນເພື່ອສະຫຼຸ, ຖອດຖອນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືບັນຫາທ້າທາຍ, ຮູບແບບ, ວິທີການ, ຂັ້ນຕອນ ແລະ ທິດທາງແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນປີນີ້.

ໂຄງການແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຈາກຫາຍຂະແໜງການ, ແມ່ນໂຄງການໜຶ່ງທີ່ນອນໃນຍຸດທະສາດໂພຊະນາການແຫ່ງຊາດ ຮອດປີ 2025 ໂດຍໄດ້ຮັບທຶນຈາກທະນາຄານໂລກ,ຊຶ່ງກວມເອົາ 12 ເມືອງຂອງ 4 ແຂວງພາກເໜືອ. ໃນນັ້ນ, ແຂວງອຸດົມໄຊ ແລະ ແຂວງຊຽງຂວາງ ມີ 2 ເມືອງ, ແຂວງຜົ້ງສາລີ ແລະ ແຂວງຫົວພັນ ມີ 4 ເມືອງ ຊຶ່ງຈັດຕັ້ງປະຕິບັດແຕ່ປີ 2019 ເປັນຕົ້ນມາ, ໃນນັ້ນ ໄລຍະທີ 1 ແມ່ນການສ້າງພື້ນຖານທີ່ຈຳເປັນສຳລັບວຽກງານໂພຊະນາການທາງກົງ ແລະ ທາງອ້ອມ, ໄລຍະທີ 2 ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ເພື່ອຮັບປະກັນການສະໜອງການບໍລິການທີ່ມີປະສິດທິພາບ ແລະ ໄລຍະທີ 3 ແມ່ນການຂະຫຍາຍພື້ນທີ່ປົກຄຸມຂອງແຜນງານ.

ເປົ້າໝາຍຫຼັກແມ່ນເພື່ອເຮັດໃຫ້ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ໄດ້ຮັບສານອາຫານທີ່ຄົບຖ້ວນ, ເຕີບໂຕສົມບູນ, ແຂງແຮງ, ນ້ຳໜັກ ແລະ ລວງສູງໄດ້ມາດຕະຖານ ແນໃສ່ຼຸດຜ່ອນອັດຕາສ່ວນເດັກຕ່ຳກວ່າມາດຕະຖານ ຢູ່ 4 ແຂວງພາກເໜືອຂອງລາວ ຈາກ 44% ໃຫ້ເຫຼື25% ໃນປີ 2025.