ປະລິມານການສົ່ງອອກຍີ່ປຸ່ນຫຼຸດລົງ 1,2%

  ຕາມການລາຍງານວ່າ ຂະ ແໜງການສົ່ງອອກຂອງຍີ່ປຸ່ນຫຼຸດ ລົງ 3 ເດືອນຕິດຕໍ່ກັນໃນເດືອນ ກຸມພາຜ່ານມາ ຂະນະທີ່ຍອດນໍາ ເຂົ້າຫຼຸດລົງເຊັ່ນກັນ.ຕາມຂ່າວຕ່າງ ປະເທດລາຍ ງານວ່າ ຂໍ້ມູນຈາກລັດຖະບານຍີ່ ປຸ່ນມີລາຍງານໃນວັນທີ 18 ມີນາ ປີນີ້ວ່າ: ຂະແໜງການສົ່ງອອກຍີ່ປຸ່ນປັບຫຼຸດລົງ 1,2% ຈາກປີກ່ອນ 6,38 ພັນຕື້ເຢນ. ສ່ວນປະລິມານການນຳເຂົ້າຫຼຸດລົງເຊັ່ນກັນເຖິງ 6,7% ກວມເອົາ 6,05 ພັນຕື້ເຢນ. ນັກເສດຖະກິດສະຖາບັນວິໄຈມີຊູ ໂຮກ່າວວ່າ: ຍັງຄົງມີຄວາມເປັນ ຫ່ວງກ່ຽວກັບທ່າອຽງເສດຖະກິດ ໂລກ ແລະປະລິມານຄວາມຕ້ອງ ການຫຼຸດລົງໃນຂະແໜງໄອທີ. ຂະນະທີ່ການສົ່ງອອກໄປ ສປ ຈີນ ເພີ່ມຂຶ້ນ 5,5% ສ່ວນການນຳ ເຂົ້າຫຼຸດລົງ 15,8% ໃນທຸລະກິດ ເຄື່ອງນຸ່ງຫົ່ມ ແລະສິນຄ້າດ້ານ ອີເລັກໂຕຣນິກ.

ຢ່າງໃດກໍຕາມ ຕົວເລກການ ນຳເຂົ້າທີ່ຫຼຸດລົງຍັງເຮັດໃຫ້ມີ ຄວາມເປັນຫ່ວງວ່າຈະສະທ້ອນ ເຖິງຍອດສັ່ງຊື້ຂອງບໍລິສັດທີ່ຫຼຸດລົງ ຈາກການຫຼຸດກຳລັງການຜະ ລິດພາຍໃນປະເທດ ແລະພາວະລໍ ຕົວທາງເສດຖະກິດຍີ່ປຸ່ນຊຶ່ງມີຂະ ໜາດໃຫຍ່ເປັນອັນດັບສາມຂອງ ໂລກ.

ນສພ ເສດຖະກິດ-ສັງຄົມ