Samsung Galaxy S22 ເປີດໂຕພ້ອມໃຫ້ຈອງແລ້ວ

 ເຜີຍຄຸນສົມບັດສຸດລໍ້າ ທີ່ສຸດທຸກຂີດຈໍາກັດ ແຫກທຸກກົດເກນ

ຊໍາຊຸງເປີດໂຕ Samsung Galaxy S22 ທົ່ວໂລກຢ່າງເປັນທາງການແລ້ວທັງ 3 ລຸນໃນງານ Unpacked 2022 ໃນຄໍ່າຄືນທີ່ຜ່ານມາໂດຍຕອກຢໍ້າຄວາມເປັນຜູ້ນໍາດ້ານເຕັກໂນໂລຊີໂທລະສັບຊໍາຊຸງ ດ້ວຍຄຸນສົມບັດທີ່ທັນສະໄໝທະລຸທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນການອອກແບບ ແລະປະສິດທິພາບຂອງກ້ອງ ແລະເປັນຄັ້ງທໍາອິດຂອງຕະກູນ S ທີ່ມີບິກ S Pen ຢູ່ໃນໂຕເຄື່ອງ.

ການເປີດໂຕ Samsung Galaxy S22 ຄັ້ງນີ້ມີການເພີ່ມຄຸນສົມບັດໃໝ່ໃຫ້ຕະກູນ S ຫຼາຍຂຶ້ນກວ່າເກົ່າເຊັ່ນ: ການເພີ່ມ NPU ເພື່ອເຮັດໃຫ້ການປະມວນຜົນຂອງ AI ສາມາດເຮັດວຽກໄດ້ຢ່າງປະສິດທິພາບ ການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວິດີໂອ ໄດ້ຜົນງານລະດັບມືອາຊີບ ແລະ ໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າ ແຕ່ປະຫຍັດພະລັງງານຫຼາຍຂຶ້ນ

ທີ່ສໍາຄັນ ເປັນຄັ້ງທໍາອິດທີ່ຜູ້ໃຊ້ຕະກູນ S Ultra ຈະສາມາດໃຊ້ງານ ແລະ ເກັບບິກ S Pen ໄວ້ໃນໂຕເຄື່ອງເລີຍ

ສໍາລັບ Samsung Galaxy S22 ທີ່ເປີດໂຕໃນຄັ້ງນີ້ພ້ອມກັນທັງ 3 ລຸນ ປະກອບໄປດ້ວຍ S22, S22+ ແລະ S22 Ultra ໂດຍທຸກລຸນ ໃຊ້ຊິບເຊັດ Snapdragon 8 Gen 1 ເຊິ່ງອອກແບບດ້ວຍສະຖາປັດຕະຍະກໍາ 4 ນາໂນແມັດ ເຮັດໃຫ້ປະມວນຜົນກາຟຟິກໄດ້ດີກວ່າ 26% ພ້ອມໜ່ວຍປະມວນຜົນ NPU ເຊິ່ງຈະເພີ່ມປະສິດທິພາບໃນການປະມວນຜົນ AI ໃຫ້ດີຂຶ້ນໄປອີກ

ເຕັກໂນໂລຊີກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນະພາບລະດັບຮູບເງົາ

ຊໍາຊຸງຄືຜູ້ນໍາໃນການເອົາເຕັກໂນໂລຊີ Dual Pixel ມາສູ່ໂທລະສັບມືຖື ເພື່ອເຮັດໃຫ້ສາມາດຖ່າຍຮູບໄດ້ຄົມຊັດ ແລະ ສວຍງາມໃນລະດັບມືອາຊີບ ແລະ ຍັງຄົງພັດທະນາເຕັກນິກຕ່າງໆເພື່ອໃຫ້ກ້ອງຂອງໂທລະສັບຊໍາຊຸງມີສັກກຍະພາບສູງສຸດສໍາລັບຜູ້ໃຊ້ງານ

ຈົນມາຮອດລຸ S22 ໄດ້ລໍ້າໜ້າໄປອີກຂັ້ນ ດ້ວຍເຕັກໂນໂລຊີການປະມວນຜົນຮູບຖ່າຍຂັ້ນສຸດທ້າຍດ້ວຍ AI ໃນສະພາວະແສງໜ້ອຍແບບ Dual Pixel PD/AF ຮ່ວມກັບລະບົບກັນສັ່ນ (OIS) ທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວິດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ

ນອກຈາກນີ້ ເຕັກໂນໂລຊີ ການປະມວນຜົນຮູບຖ່າຍດ້ວຍ AI ຍັງເຮັດໃຫ້ການຖ່າຍພາບນິ່ງດ້ວຍກ້ອງ Samsung Galaxy S22 Series ມີຄວາມຄົມຊັດຫຼາຍຂຶ້ນ ສາມາດແຍກໄລຍະຄວາມຄົມຊັດເລິກ,ຕື້ນອອກຈາກກັນໄດ້ຢ່າງຊັດເຈນສວຍງາມພ້ອມຫຼຸດສັນຍານລົບກວນ (Noise) ໃນພາບເນື່ອງຈາກຢູ່ໃນສະພາວະແສງໜ້ອຍໄດ້ເປັນຢ່າງດີ

ພະລັງແຮງ ຈໍແຈ້ງ ແຂງແຮງ ສາກໄວ ໄດ້ຄົບ

ໂຕເຄື່ອງຂອງ S22 ດ້ານຫຼັງເປັນວັດສະດຸ Armor Aluminum ສ່ວນດ້ານໜ້າຈໍເປັນແກ້ວ Gorilla Victus+ ທີ່ມີຄວາມທົນທານສູງ ພ້ອມລະບົບ Super fast Charge ທີ່ຊ່ວຍໃຫ້ສາກແບັດຂຶ້ນໄວທັນໃຈ

ນອກຈາກນີ້ ການວາງສະຖາປັດຕະຍະກໍາພາຍໃນໂຕເຄື່ອງຂອງ Samsung Galaxy S22 Series ຍັງເພີ່ມປະສິດທິພາບໃນການໃຊ້ພະລັງງານໄດ້ດີກວ່າ ຂະໜະທີ່ການໃຊ້ໜ້າຈໍແບບ Dynamic AMOLED ທີ່ມີຄວາມສະຫວ່າງສູງສູ້ແສງແດດແຕ່ສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນຈະຊ່ວຍໃຫ້ປະຫຍັດພະລັງງານໄດ້ດີກວ່າເກົ່າອີກດ້ວຍ

ປີດໃຫ້ຈອງແລ້ວພ້ອມຂອງແຖມສຸດຄຸ້ມ.

ສໍາລັບຜູ້ທີ່ຈອງເຄື່ອງ Samsung Galaxy S22 ທຸກລຸນຕັ້ງແຕ່ມື້ນີ້ຈົນຮອດວັນທີ 28 ກຸມພາ 2022 ຈະໄດ້ຮັບຂອງແຖມສຸດຄຸ້ມຈາກຊໍາຊຸງ ໂດຍຜູ້ທີ່ຈອງລຸS22 ແລະ S22+ ຈະໄດ້ຮັບຫູຟັງ Galaxy Buds Pro ແລະ ເຄສຊິລິໂຄນພ້ອມສາຍຮັດ ອີກທັງຍັງຈະໄດ້ຮັບກ່ອງສຸ່ມສາຍຮັດອີກ 1 ເສັ້ນ

ສໍາລັບຜູ້ທີ່ຈອງລຸS22 Ultra ຈະໄດ້ຮັບຂອງແຖມພິເສດຫຼາຍຂຶ້ນ ນັ້ນກໍຄື Galaxy Tab A7 Lite(Wi-Fi) ພ້ອມ Book Cover ອີກທັງຍັງຈະໄດ້ຮັບເຄສຊິລິໂຄນພ້ອມສາຍຮັດ ແລະ ກ່ອງສຸ່ມສາຍຮັດອີກ 1 ເສັ້ນ

ຂໍ້ມູນເພີ່ມເຕີມ ສອບຖາມ:

Samsung Call Center: 021 417 333

Facebook Page: SamsungLaos

Instagram: Samsungmobilelaos_official

Tiktok: @Samsungmobilelaos

ຂໍ້ມູນທາງເຕັກນິກ ແລະ ລາຄາ Samsung Galaxy S22 

 

S22 Ultra

S22+

S22

ໜ້າຈໍ

Dynamic AMOLED 2X, Adaptive 120Hz, Infinity-O Display

 

6.8 QHD+

6.6” FHD+

6.1” FHD+

ກ້ອງຫຼັງ

Ultra Wide: 12MP F2.2 (Dual Pixel AF)

Wide: 108MP F1.8 (PD), OIS

Tele1: 10MP F2.4 (3x, Dual Pixel AF) OIS

Tele2: 10MP F2.2 (10x, Dual Pixel AF) OIS

Ultra Wide: 12MP F2.2 (FF)

Wide: 50MP F1.8, (Dual Pixel AF) OIS

Tele: 10MP F2.4 (3x, Dual Pixel AF) OIS

ກ້ອງໜ້າ

40MP F2.2 (PD)

10MP F2.2 (Dual Pixel AF)

10MP F2.2 (Dual Pixel AF)

ປາກກາ S Pen

ມີມາກັບຕົວເຄື່ອງ

-

-

CPU

Snapdragon 895 (4nm AP)

Ram

12GB

8GB

Rom

256/512GB

256GB

128GB

Water resistant

ມາດຕະຖານ IP68, ຈຸ່ມນ້ຳໄດ້ເລິກ 1.5 m, ດົນເຖິງ 30 ນາທີ

Battery

5,000 mAh

4,500 mAh

3,700 mAh

Super Fast Charge

45W

25W

ສີ

Burgundy, Phantom Black,
Phantom White, Green

Phantom White, Green,
Pink Gold

Phantom Black

ລາຄາ

12+512GB: 16,599,000 ກີບ

12+256GB: 15,299,000 ກີບ

12,599,000 ກີບ

9,999,0009 ກີບ

Preorder gifts

Galaxy Tab A7 Lite (Wi-Fi) + Book cover

ຊິລິໂຄນ ພ້ອມສາຍຮັດ

ກ່ອງສຸ່ມສາຍຮັດ (1 ອັນ)

Galaxy Buds Pro

ຊິລິໂຄນ ພ້ອມສາຍຮັດ

ກ່ອງສຸ່ມສາຍຮັດ (1 ອັນ)