ສະຫຼອງສ້າງຕັ້ງສາຍພົວພັນການທູດລາວ-ໄທ 70 ປີ ຊູສົ່ງເສີມການຄ້າ-ການລົງທຶນ

ເວທີແລກປ່ຽນຄໍາຄິດ-ຄໍາເຫັນ ພາຍໃຕ້ຫົວຂໍ້: ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຮ່ວມມືເສດຖະກິດ ລາວ-ໄທ ໃນການດຳລົງຊີວິດປົກກະຕິແບບໃໝ່”. ຊຶ່ງຈັດໂດຍສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ. ເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ (19 ທັນວາ 1950 ເຖິງ 19 ທັນວາ 2020) ເພື່ອເສີມຂະຫຍາຍວິໄສທັດລະຫວ່າງພາກລັດ ແລະພາກທຸລະກິດ ຂອງ ສປປ ລາວ ແລະ ປະເທດໄທ ໃນການຊອກຫາຊ່ອງທາງ ແລະ ທ່າແຮງ ຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງສອງປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19.

ເວທີດັ່ງກ່າວຈັດຂຶ້ນໃນວັນທີ 10 ກຸມພາ ນີ້, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ກ່າວເປີດກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກທັງພາກລັດ ແລະ ທຸລະກິດຂອງລາວ ແລະ ໄທ ທັງໝົດຫຼາຍກວ່າ 100 ທ່ານ.

ເວທີການປະຊຸມຄັ້ງນີ້ ປະກອບມີ 2 ວາລະຄື: 1) ພາບລວມຂອງການຮ່ວມມືດ້ານເສດຖະກິດລາວ-ໄທ ໃນໄລຍະຜ່ານມາ, 2) ສິ່ງທ້າທາຍໃນການຮ່ວມມືດ້ານເສດຖະກິດ ໃນໄລຍະການດໍາລົງຊີວິດຮູບແບບໃໝ່, ທ່າແຮງໃນການຟື້ນຟູ ແລະ ສົ່ງເສີມເສດຖະກິດ ລາວ-ໄທ. ທັງນີ້, ສປປ ລາວ ແລະ ຣາຊະອານາຈັກໄທ ແມ່ນເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທໍາ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ, ລາວ ແລະ ໄທ ມີຊາຍແດນຕິດຈອດກັນຄວາມຍາວຫຼາຍກວ່າ 1.835 ກິໂລແມັດ, ປະຊາຊົນສອງປະເທດ ລາວ-ໄທ ໄດ້ມີການໄປມາຫາສູ່ກັນ, ຄ້າຂາຍ-ແລກປ່ຽນສິນຄ້າຮ່ວມກັນຢ່າງເປັນປົກກະຕິ. ຊຶ່ງຕະຫຼອດໄລຍະ 70 ກວ່າປີ ທີ່ຜ່ານມາ,ການພົວພັນຮ່ວມມື ລາວ-ໄທ ແມ່ນໄດ້ກວມເອົາເກືອບທຸກຂົງເຂດວຽກງານ. ເປັນຕົ້ນແມ່ນ: ດ້ານການເມືອງ-ຄວາມໝັ້ນຄົງ,ເສດຖະກິດ ແລະ ວັດທະນາທຳ-ສັງຄົມ ຊຶ່ງໄດ້ຮັບການຜັນຂະຫຍາຍແລະຍາດໄດ້ຜົນສໍາເລັດຫຼາຍດ້ານ. ພົ້ນເດັ່ນກໍຄືນັບແຕ່ ສປປ ລາວ ແລະ ຣາຊະອານາຈັກໄທໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 19 ທັນວາ 1950, ທັງສອງຝ່າຍ ໄດ້ມີສໍານັກງານສະຖານທູດ ແລະສະຖານກົງສູນໃຫຍ່ຕັ້ງຢູ່ປະເທດຂອງກັນ ແລະກັນ, ອັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມື ແລະນຳເອົາຜົນປະໂຫຍດຕົວຈິງມາສູ່ປະເທດກໍຄືປະຊາຊົນສອງຊາດ ລາວ-ໄທ.