ມີໄຂມັນໜ້າທ້ອງ ສ່ຽງພະຍາດຫົວໃຈຫຼາຍກວ່າຄົນທີ່ມີໄຂມັນຕົ້ນຂາ

ຕຳແໜ່ງໄຂມັນສະສົມຄືຄວາມກັງວົນຫຼາຍກວ່າຄວາມອ້ວນ, ແຕ່ຄົນສ່ວນໃຫຍ່ພັດໃຫ້ຄວາມສຳຄັນຫຸ້ນຊົງຫຼາຍກວ່າ. ຂະນະທີ່ນັກວິໄຈ, ກໍໄດ້ຊີ້ໃຫ້ເຫັນເຖິງການເຊື່ອມໂຍງລະຫວ່າງຕຳແໜ່ງໄຂມັນທີ່ສະສົມໃນຮ່າງກາຍກັບຄວາມສ່ຽງຂອງການເກີດພະຍາດຫົວໃຈ ແລະຫຼອດເລືອດສະໝອງໃນກຸ່ມແມ່ຍິງອາຍຸສູງ. 

ການສຶກສາຄັ້ງນີ້ໄດ້ລະບຸວ່າ: ແມ່ຍິງໄວໝົດປະຈຳເດືອນທີ່ມີດັດຊະນີມວນກາຍປົກກະຕິ (BMI) ແລະ ມີໄຂມັນສະສົມທີ່ໜ້າທ້ອງແມ່ນມີຄວາມສ່ຽງເປັນພະຍາດຫົວໃຈຫຼາຍກວ່າຜູ້ທີ່ມີໄຂມັນສະສົມຢູ່ຕົ້ນຂາ, ຊຶ່ງກຸ່ມນັກວິໄຈໄດ້ຕິດຕາມຜົນຈາກແມ່ຍິງ, ຫຼາຍກວ່າ 2.600 ຄົນທີ່ມີນໍ້າໜັກຕົວປົກກະຕິເປັນ ເວລາເຖິງ 18 ປີ, ສຳລັບງານວິໄຈນີ້ເປັນຂອງໂຄງການ Women’s  Health Initiative (WHI) ຊຶ່ງລິເລີ່ມໂດຍສະຖາບັນສຸຂະພາບແຫ່ງຊາດອາເມຣິກາ (NIH), ໂດຍຜູ້ເຂົ້າຮ່ວມງານວິໄຈຈະຕ້ອງທຳການສະແກນເປັນປະຈຳ, ເພື່ອວັດແທກຄວາມໜາແໜ້ນຂອງກະດູກກ້າມຊີ້ນ ແລະໄຂມັນ.

ຜົນວິໄຈໃນຄັ້ງນີ້, ໄດ້ຖືກຕີພິມໃນວາລະສານ European Heart Journal ແຕ່ວ່າຜົນວິໄຈເມື່ອກ່ອນໜ້ານີ້ສ່ວນຫຼາຍມຸ່ງໄປທີ່ພະຍາດອ້ວນ ຫຼືນໍ້າໜັກຫຼາຍເກີນໄປ, ຊຶ່ງໃນຄັ້ງຫຼ້າສຸດນີ້ນັກວິ ໄຈກໍພົບວ່າ: ແມ່ຍິງຫຸ່ນຊົງແອບເປີ້ນ ຄືມີຮອບແອວໜາ ແລະມີພຸງຕົກຢູ່ໃນກຸ່ມ ສ່ຽງເປັນພະຍາດຫົວໃຈ ແລະຫຼອດເລືອດຫຼາຍກວ່າແມ່ຍິງຫຸ່ນຊົງເຕ້ຍ, ຊຶ່ງມີສະໂພກ ແລະຕົ້ນຂາໃຫຍ່.

ນີ້ເປັນຄັ້ງທຳອິດທີ່ມີການລາຍງານຜົນວິໄຈຊຶ່ງມຸ່ງເນັ້ນໄປທີ່ແມ່ຍິງມີນໍ້າໜັກຕົວປົກກະຕິ, ແຕ່ກັບພົບວ່າມີຄວາມສ່ຽງໃນການເຈັບປ່ວຍເປັນພະຍາດຊຳເຮື້ອເຊັ່ນພະຍາດເບົາຫວານ, ລວມເຖິງພະຍາດຫົວໃຈ ແລະຫຼອດເລືອດ, ໂດຍຜູ້ເຂົ້າຮ່ວມງານວິໄຈຄັ້ງນີ້ແມ່ນໃຫ້ ຄວາມສຳຄັນໄປທີ່ລັກສະນະຂອງຫຸ່ນຊົງ ຫຼືຮູບຮ່າງລະຫວ່າງຄົນທີ່ມີນໍ້າໜັກປົກກະຕິແຕ່ມີຫຸ່ນແຕກຕ່າງກັນວ່າຮູບຮ່າງແບບໃດມີຄວາມສ່ຽງຫຼາຍກວ່າ.