ຈັບຊາຍໄວ 45 ພ້ອມຢາບ້າ ສາລະພາບລັກຕັດໄມ້ໃນປ່າສະຫງວນແຫ່ງຊາດພູເຂົາຄວາຍ ມາແລ້ວ 1 ປີ

ຈາກການໃຫ້ປາກຄຳຂອງທ້າວ ສຸກ ອາຍຸ 45 ປີ ກໍາມະກອນບ້ານນາໄຊ ເມືອງທ່າພຣະບາດ ແຂວງບໍລິຄຳໄຊ, ທີ່ສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດພູເຂົາຄວຍ ມາເປັນເວລາ 1 ປີແລ້ວ, ຈົນຜູ້ກ່ຽວບໍ່ຈື່ບໍລິມາດໄມ້ທີ່ລັກຕັດມາວ່າມີຈຳນວນເທົ່າໃດກັນແທ້? ແຕ່ທີ່ແນ່ໆກໍຄືມີເຄື່ອງມືທີ່ກ່ຽວຂ້ອງກັບການກະທຳຜິດອີກຫຼາຍລາຍການ ແລະ ຢາບ້າອີກ 62 ເມັດ ທີ່ຜູ້ກ່ຽວລະບຸວ່າວ່າເອົາມາເປັນຄ່າຈ້າງກຳມະກອນເລື່ອຍ ແລະ ຫາມໄມ້ຂຶ້ນລົດ.

ອີງຕາມການລາຍງານຂອງກຳລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ປກສ ນວ) ເມື່ອວັນທີ 12 ກຸມພາ 2022 ໃຫ້ຮູ້ວ່າ: ເມື່ອເວລາ 19: 00 ໂມງຂອງວັນທີ 9 ກຸມພາ, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ເຄື່ອນໄຫວກວດກາລາດຕະເວນຕາມເສັ້ນທາງລຽບພູເຂົາຄວາຍ ພົບເຫັນລົດກະຕຽນ 1 ຄັນ, ເມື່ອກວດກາກໍພົບໄມ້ແຕ້ 17 ຕັບ ເທົ່າກັບສອງຄິວ (2 ແມັດກ້ອນ) ດັ່ງນັ້ນ, ຈິ່ງໄດ້ກັກຕົວຜູ້ຂົນຍ້າຍໄມ້ດັ່ງກ່າວ.

ລາຍງານດຽວກັນອ້າງການເປີດເຜີຍໂດຍ ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງປາກງື່ມ, ຊຶ່ງລະບຸວ່າ: ຜ່ານການກວດກາລາດຕະເວນພື້ນທີ່ລຽບຕາມທາງພູເຂົາຄວາຍ ຄັ້ງວັນທີ 9 ກຸມພາ 2022, ພົບເຫັນເປົ້າໝາຍຊື່ທ້າວ ສຸກ ກໍາລັງຂັບຂີ່ລົດກະຕຽນບັນທຸກໄມ້ແຕ້ຈຳນວນ 2 ຄິວ ອອກເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ, ຊາຍແດນຕິດຈອດກັບເມືອງທ່າພະບາດ ແຂວງບໍລິຄຳໄຊ. ພ້ອມນັ້ນ, ກໍຍັງມີຈັກຕັດໄມ້ 1 ເຄື່ອງ, (ວິທະຍຸສື່ສານ) 2 ເຄື່ອງ, ໂທລະສັບ 3 ເຄື່ອງ ແລະ ຢາບ້າ 62 ເມັດ; ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ: ໄລຍະຜ່ານມາໄດ້ເຄື່ອນໄຫວລັກລອບຕັດໄມ້ຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍມາເປັນເວລາ 1 ປີແລ້ວ, ສຳລັບວັດຖຸຂອງກາງທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງຕົນແທ້, ສ່ວນຢາບ້າແມ່ນຊື້ມາຈາກຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່, ເພື່ອເອົາມາຈ້າງກໍາມະກອນເລື່ອຍໄມ້ ແລະ ຫາມໄມ້ຂຶ້ນລົດໃຫ້.

ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການກະທຳຜິດ ເພື່ອມາດຳເນີນຄະດີຕາມກົດໝາຍ.