5 ແຣ໊ປເປີຣ໌ລະດັບຕຳນານ ຮ່ວມສ້າງຄວາມມັນໃນຊ່ວງພັກເຄິ່ງ “ຊູເປີຣ໌ໂບວ໌ລ”

 

ນີ້ຄື ຮາລ໌ຟໄທມ໌ໂຊວ໌ ຂອງຊ່ວງພັກເຄິ່ງເສິກຊູເປີຣ໌ໂບວ໌ລ (Super Bowl) ຄັ້ງທີ 56 ປະຈຳປີ 2022 ຊຶ່ງເປັນການແຂ່ງຂັນຊີງແຊມປ໌ອະເມຣິກັນຟຸຕບອລອາຊີບປະຈໍາປີ ຂອງເອັນເອຟເອລ (NFL) ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ, ໂດຍການເຊີນ 5 ສິລະປິນແຣ໊ປເປີຣ໌ລະດັບຕຳນານຊັ້ນນຳຂອງໂລກຂຶ້ນໂຊວ໌ເທິງເວທີເພື່ອສ້າງສີສັນ ແລະບັນຍາກາດສຸດມັນໃຫ້ແກ່ຜູ້ຊົມໃນງານ.

ຮາລ໌ຟໄທມ໌ໂຊວ໌ ຂອງຊ່ວງພັກເຄິ່ງເສິກຊູເປີຣ໌ໂບວ໌ລ, ຖືເປັນອີກໜຶ່ງລາຍການສະແດງທີ່ຜູ້ຊົມໃຫ້ຄວາມສົນໃຈ ແລະເຝົ້າຕິດຕາມລໍຄອຍເປັນຈຳນວນຫຼວງຫຼາຍ. ຊຶ່ງໃນເສິກອະເມຣິກັນຟຸຕບອລ ຮອບຊີງຊະນະເລີດ ຄັ້ງທີ 56, ຈັດຂຶ້ນເມື່ອຕອນເຊົ້າຂອງວັນທີ 14 ກຸມພາ 2022 (ຕາມເວລາບ້ານເຮົາ) ໂດຍມີ 5 ສິລະປິນແຣ໊ປເປີຣ໌ລະດັບຕຳນານ ຂຶ້ນໂຊວ໌ນັ້ນກໍຄື: ດຣ. ເດຣ, ສະນູປດ໊ອກ, ເອັມມິເນັມ, ແມຣີ ເຈ.ໄບລຈ໌ ແລະ ເຄນດຣິກ ລາມາຣ໌. ຊຶ່ງການສະແດງຄັ້ງນີ້ແມ່ນໃຊ້ເວລາບໍ່ເກີນ 15 ນາທີ, ແຕ່ກໍໄດ້ຮັບຄວາມສົນໃນຈາກຜູ້ຊົມທົ່ວໂລກ, ດ້ວຍການຈັດສາກທີ່ໃຊ້ເທຄໂນໂລຢີຊັ້ນສູງຈິ່ງເຮັດໃຫ້ການສະແດງອອກມາສົມບູນແບບ ແລະອະລັງການສຸດໆ.

ສຳລັບແຣ໊ປເປີຣ໌ທັງ 5 ຄົນ, ແມ່ນເຄີຍຄວ້າໄດ້ລາງວັນແກຣມມີ ອະວອຣ໌ດ ລວມກັນເຖິງ 43 ລາງວັນ, ມີອາລະບຳຂຶ້ນຕິດຕາຕະລາບິລບອຣ໌ດຊາຣ໌ຕ ລວມກັນ 19 ອາລະບຳ. ນອກຈາກນີ້, ທັງ 5 ຄົນຍັງສ້າງສະຖິຂຶ້ນໂຊວ໌ ຮາລ໌ຟໄທມ໌ໂຊວ໌ ຂອງຊ່ວງພັກເຄິ່ງເສິກຊູເປີຣ໌ໂບວ໌ລ ທີ່ມີອາຍຸລວມກັນຫຼາຍທີ່ສຸດເຖິງ 286 ປີ ແລະ ໂຊວ໌ຄັ້ງນີ້ກໍມີມູນຄ່າແພງທີ່ສຸດເຖິງ 983 ລ້ານໂດລາສະຫະລັດ.

ໂດຍແຊມປ໌ ຊູເປີຣ໌ໂບວ໌ລ ປີນີ້ແມ່ນເປັນຂອງ ລອສແອນເຈລິສ ແຣມສ໌, ທີ່ສາມາດເອົາຊະນະ ຊິນຊິນເນຕິ ເບງກອລສ໌ ໄປໄດ້ 23-20 ຄະແນນ.