ພາຍຸພັດເຂົ້າອາຟຣິກາເສຍຊີວິດ 150 ກວ່າຄົນ

ພາຍຸໄຊໂຄລນ ອີດາຍ ພັດ ເຂົ້າອາຟຣິກາເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນ, ສູນຫາຍອີກ 200 ຄົນ ແລະປະຊາຊົນ 2 ລ້ານ ຄົນໄດ້ຮັບຜົນກະທົບ.ຕາມຂ່າວຕ່າງປະເທດລາຍ ງານ ເມື່ອບໍ່ດົນມານີ້ວ່າພາຍຸໄຊ ໂຄລນອີດາຍ (Idai) ໄດ້ພັດເຂົ້າ 3 ປະເທດໃນອາຟຣິກາ ໂດຍສະ ເພາະໃນໂມຊຳບິກ, ຊິມບຳເວ ແລະມາລາວີ ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 150 ຄົນ ແລະມີຜູ້ສູນ ຫາຍ 200 ຄົນ ດ້ວຍຄວາມແຮງ ລົມໃກ້ສູນກາງ 170 ກິໂລແມັດຕໍ່ ຊົ່ວໂມງຜ່ານໂມຊຳບິກເປັນປະ ເທດທຳອິດ ແລະປະເທດອື່ນໆ ຕາມລຳດັບໄດ້ສ້າງຄວາມເສຍ ຫາຍຢ່າງໜັກຖະໜົນຫຼາຍສາຍ ຖືກນໍ້າຖ້ວມ ແລະດິນເຈື່ອນທັບ ຕັດຂາດຈາກເມືອງອື່ນໆ ຊຶ່ງເຈົ້າ ໜ້າທີ່ລະບຸວ່າ ເປັນໄພພິບັດທີ່ຮ້າຍ ແຮງທີ່ສຸດໃນປະຫວັດສາດ. ຂະ ນະນີ້ ເຈົ້າໜ້າທີ່ກູ້ໄພພວມໃຫ້ ການຊ່ວຍເຫຼືອຜູ້ເຄາະຮ້າຍໃນຄັ້ງ ນີ້ຢ່າງຮີບດ່ວນ.

ດ້ານໂຄງການອາຫານໂລກ (ດັບເບິລຢູເອຟພີ) ເປີດເຜີຍວ່າ ມີປະຊາກອນຢ່າງໜ້ອຍ 1,7 ລ້ານ ຄົນໃນໂມຊໍາບິກໄດ້ຮັບຜົນກະທົບ ຈາກພາຍຸໄຊໂຄລນອີດາຍ, ປະ ມານ 920 ພັນຄົນໃນມາລາວີ ແລະຫຼາຍສິບຄົນໃນຊີມບໍາເວ.

ນສພ ເສດຖະກິດ-ສັງຄົມ