ໂຄວິດ ບີບແຮງງານລາວຕົກວຽກກວ່າ 4 ແສນຄົນ

ຖືເປັນອີກໜຶ່ງບັນຫາໃຫຍ່ທີ່ເກີດຈາກຜົນກະທົບຂອງສະພາບລະບາດພະຍາດໂຄວິດ-19, ຊຶ່ງ ອັດຕາການຫວ່າງງານຢູ່ ສປປ ລາວ ໄດ້ເພີ່ມຂຶ້ນຈາກ 9,24% ເມື່ອປີ 2020 ມາເປັນ 21,8% ໃນປີ 2021 ດ້ວຍຈຳນວນຜູ້ຫວ່າງງານຫຼາຍກວ່າ 4 ແສນຄົນ.

ນັບເປັນຄວາມກັງວົນຂອງທຸກຝ່າຍ, ໂດຍສະເພາະກໍແມ່ນອົງການກໍາມະບານລາວ ໃນນາມເປັນຕົວແທນປົກປ້ອງຜູ້ອອກແຮງງານ. ທັງນີ້, ທ່ານ ນາງ ຈັນເພັນ ມະນີແສງ ຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກໍາມະບານລາວ ກໍໄດ້ກ່າວໃນວາລະຖະແຫຼງຂ່າວກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານລາວ 2022 ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້.

ຫົວໜ້າກົມປົກປ້ອງແຮງງານ, ໄດ້ລະບຸວ່າ: ເຖິງແມ່ນລັດຖະບານ ໄດ້ມີມາດຕະການຜ່ອນຜັນເລື່ອງການປ້ອງກັນພະຍາດໂຄວິດ-19, ແຕ່ຫຼາຍໂຮງງານກໍຍັງບໍ່ສາມາດເປີດດໍາເນີນກິດຈະການໄດ້ເຕັມຮ້ອຍ; ສ່ວນການຈ້າງງານໃນຂົງເຂດກະສິກຳ ແລະ ບໍລິການ ກໍຖືວ່າຍັງຢູ່ໃນໄລຍະຟື້ນຕົວ, ຈິ່ງເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການ ຍັງຄົງມີຄວາມກົງວົນເລື່ອງຕົ້ນທຶນ ແລະ ຕະຫຼາດ ເຮັດໃຫ້ ການນຳໃຊ້ແຮງງານຍັງມີຈຳນວນຈຳກັດ.

ຢ່າງໃດກໍຕາມ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ກໍເຄີຍຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ແຮງງານລາວຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ 439.082 ຄົນ. ສ່ວນຂໍ້ມູນແຮງງານລາວທີ່ກັບມາຈາກຕ່າງປະເທດຊຶ່ງຖືເປັນຜູ້ຫວ່າງງານ ແລະ ຜູ້ຫວ່າງງານພາຍໃນປະເທດ ກໍລະບຸຈໍານວນ 496.000 ຄົນ, ໃນນີ້ ກັບມາຈາກຕ່າງປະເທດ 56.918 ຄົນ ແລະ ຫວ່າງງານພາຍໃນປະເທດຈໍານວນ 439.082 ຄົນ. ຊຶ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກໍໄດ້ວາງຄາດໝາຍໂດຍຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂໃຫ້ຫຼຸດລົງເຫຼືອ 19,4% ພາຍໃນປີນີ້.