ຊັດທອດຮອດ 3 ເປົ້າໝາຍ ຕຳຫຼວດຕາມຈັບໄດ້ພ້ອມຢາບ້າ 3 ພັນກວ່າເມັດ

ຜົນການສອບສວນຜູ້ຖືກຫາໃນຄະດີຢາເສບຕິດທີ່ບ້ານສີເມືອງ ແລະ ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເມື່ອວັນທີ 17 ກຸມພາ 2022. ດັ່ງນັ້ນ, ມາຮອດເວລ 12:00 ໂມງຂອງວັນທີ 18 ກຸມພາ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີສັດຕະນາກ ຈິ່ງຂະຫຍາຍຜົນແກ້ໄຂເປົ້າໝາຍຕາມການຊັດທອດ, ໂດຍສົມທົບກັບພະແນກທີ່ກ່ຽວຂ້ອງຂອງກອງບັນຊາການ ປກສ ນວ ແລະ ປກສ ບ້ານໂຄກໃຫຍ່, ເຂົ້າຈັບຕົວທ້າວ ວັນຊະນະ ຫຼື ເລ້ ອາຍຸ 40 ປີ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ໃນຂໍ້ຫາຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 81 ເມັດ ແລະ ຢາໄອສ໌ 2 ຖົງນ້ອຍ.

ລາຍງານຂ່າວຂອງ ປກສ ນວ, ໃນວັນທີ 23 ກຸມພາ 2022 ໃຫ້ຮູ້ວ່າ: ທ້າວ ເລ້ ຮັບສາລະາບກັບເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ ຜູ້ກ່ຽວເຄີຍກະທຳຜິດ ແລະ ຖືກສານຕັດອິດສະຫຼະພາບຈຳຄຸກມາ 5 ປີ, ພາຍຫຼັງພົ້ນຄຸກອອກມາໃນໄລຍະເດືອນກໍລະກົດ ປີ 2021 ກໍກັບມາພົວພັນຢາເສບຕິດ ຈິ່ງຖືກເຈົ້າໜ້າທີ່ຈັບຕົວອີກ.

ລາຍງານດຽວກັນໃຫ້ຮູ້ຕື່ມວ່າ: ໃນເວລາ 15:00 ໂມງຂອງວັນທີ 18 ກຸມພາ, ເຈົ້າໜ້າທີ່ໄດ້ເຂົ້າຈັບຕົວຜູ້ຄ້າຂາຍຢາເສບຕິດຮ່ວມກັນໄດ້ອີກ 2 ຄົນຊື່ ທ້າວ ອ້າຍ ອາຍຸ 24 ປີ ຫວ່າງງານ ແລະ ນາງ ນ້ອຍ ອາຍຸ 25 ປີ ຫວ່າງງານ (ຄູ່ຜົວ-ເມຍ) ຢູ່ບ້ານໂຊກໃຫຍ່ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ພ້ອມຂອງກາງຢາບ້າ ໄດ້ 3.807 ເມັດ.

ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນດໍາເນີນການສອບສວນຂະຫຍາຍຜົນ ເພື່ອຊອກຫາພັກພວກ ແລະ ກຸ່ມແກ້ງດຽວກັນມາດຳເນີນການຕາມຂັ້ນຕອນຂອງກົດໝາຍ.