ລາຄານໍ້າມັນດິບພຸ່ງທະລຸ 102 ໂດລາ ໃນຮອບ 8 ປີ

ລາຄານຳມັນດິບທີ່ຊື້-ຂາຍກັນທີ່ຕະຫຼາດໂລກ ໃນວັນທີ 24 ກຸມພາ 2022, ຊຶ່ງລາຄານໍ້າມັນດິບ ເບຣນທ໌ ໄດ້ພຸ່ງທະລຸເກີນ 102 ໂດລາສະຫະລັດ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2014.

ສຳນັກຂ່າວຕ່າງປະເທດ ໄດ້ລາຍງານໃນວັນທີ 24 ກຸມພານີ້ວ່າ: ລາຄານ້ຳມັນດິບເບຣນທ໌ ທີ່ຊື້ຂາຍລ່ວງໜ້າ, ໄດ້ພຸ່ງຂຶ້ນ 5,4% ໂດຍຫຼ້າສຸດມາຢູ່ທີ່ 102,33 ໂດລາຕໍ່ບາຣ໌ເຣລ(ບາຣ໌ເຣລ ແມ່ນຫົວໜ່ວຍວັດແທກຂອງແຫຼວ, ໂດຍບໍລິມາດຈະຜັນໄປຕາມຊະນິດຂອງແຫຼວ. ຊຶ່ງຫົວໜ່ວຍວັດແທກນ້ຳມັນດິບ 1 ບາຣ໌ເຣລ ເທົ່າກັບ 42 ແກລລອນ ຫຼືປະມານ160ລິດ). ການພຸ່ງຂຶ້ນຂອງລາຄານ້ຳມັນທີ່ທະລຸເກີນ 100 ໂດລາໃນຄັ້ງນີ້ ນັບເປັນຄັ້ງທຳອິດໃນຮອບ 8 ປີ ຄືນັບຕັ້ງ ແຕ່ປີ 2014, ຂະນະທີ່ລາຄາແກ໊ຊທຳມະຊາດກໍພຸ່ງຂຶ້ນ 4,7%.ສ່ວນລາຄາອັນຍະມະນີປະເພດແຮ່ຄຳ (ສະປອຕຄຳ) ອັນຖືເປັນຊັບສິນທີ່ປອດໄພ ກໍປັບເພີ່ມຂຶ້ນ1,82% , ໂດຍຊື້-ຂາຍກັນຫຼ້າສຸດທີ່ 1.942,26 ໂດລາສະຫະລັດຕໍ່ອອນຊ໌ (ອອນຊ໌ແມ່ນຫົວໜ່ວຍວັດແທກບໍລິມາດ(ສັນຍະ ລັກ OZ )1 ອອນຊ໌ເທົ່າກັບ 28,3415 ກຣາມ; ແຕ່ແຮ່ຄຳ 1 ອອນຊ໌ເທົ່າກັບ 31,104 ກຣາມ).

ທັງນີ້, ນັກວິເຄາະສະຖານະການດ້ານເສດຖະກິດໄດ້ລະບຸວ່າ: ເຫດຄວາມວຸ້ນວາຍໃນໂລກ, ໂດຍສະເພາະແມ່ນສະຖານະການຕຶງຄຽດໃນຢູເຄຣນ ຄືປັດໄຈສຳຄັນທີ່ສົ່ງຜົນຕໍ່ລາຄານ້ຳມັນເຊື້ອໄ ແລະ ລາຄາແຮ່ຄຳ, ລວມທັງລາຄາແກ໊ຊທຳມະຊາດ.