ບີທີເອສ ຍູ້ລາຍຮັບຕົ້ນສັງກັດເພີ່ມຂຶ້ນມະຫາສານ

ຈາກຄວາມສຳເລັດຢ່າງງົດງາມໃນທົ່ວໂລກຂອງວົງ ບີທີເອສ (BTS) ບອຍແບນດ໌ສັນຊາດ ສ.ເກົາຫຼີ, ສົ່ງຜົນໃຫ້ ໄຮບ໌ (Hybe) ຕົ້ນສັງກັດ ເຄ-ປ໊ອບ ຊູເປີຣ໌ສະຕາຣ໌ ວົງນີ້ ມີກຳໄລເພີ່ມຂຶ້ນກວ່າ 30% ດ້ວຍມູນຄ່າ 190.300 ລ້ານວອນ ໃນປີຜ່ານມາ, ເຖິງວ່າລາຍໄດ້ຈາກການຈັດຄອນເສີຣ໌ຕ (Concert) ຈະຫຼຸດລົງໃນຊ່ວງໂຄວິດກໍຕາມ.

​ລາຍງານຂ່າວບັນເທີງຕ່າງປະເທດໃນວັນທີ 24 ກຸມພາ 2022 ໃຫ້ຮູ້ວ່າ: Hybe ຫຼື ຊື່ເດີມ “ບິກ ຮິຕ” ບໍລິສັດຕົ້ນສັງກັດຂອງວົງ BTS, ໄດ້ເປີດເຜີຍກຳໄລປະຈຳປີ 2021 ເມື່ອວັນທີ 23 ກຸມພາ ຊຶ່ງມີສູງເຖິງ 190.300 ລ້ານວອນ ຫຼືປະມານ 160 ລ້ານໂດລາສະຫະລັດ, ໂດຍເພີ່ມຂຶ້ນ 30,8%;ຂະນະທີ່ລາຍໄດ້ຈາກທຸລະກິດຄອນເທນຕ໌ເຊັ່ນ ເກມສ໌ ຫຼື ກາຕູນດິຈິຕອລ ທີ່ມີເນື້ອໃນເຊື່ອມໂຍງກັບສິລະປິນໃນຄ້າຍ ກໍມີປະມານ 370.400 ລ້ານວອນ; ສ່ວນລາຍໄດ້ຈາກການຂາຍສິນຄ້າ ແລະ ການໂຄສະນາ ລວມເຖິງການປາກົດຕົວຂອງສິລະປິນ ກໍເພີ່ມຂຶ້ນເຊັ່ນກັນ. ໂດຍບໍລິສັດ Hybe ໄດ້ສ້າງຊຸມຊົນອອນໄລນ໌ Weverse ເພື່ອຊ່ວຍເຊື່ອມໂຍງແຟນໆກັບສິລະປິນໃຫ້ໃກ້ຊິດກັນຫຼາຍຂຶ້ນ.

​ທ່ານ ບັງຊີຮະຢອກ ຜູ້ອຳນວຍການຂອງ Hybe, ໄດ້ກ່າວວ່າ “ບໍລິສັດໄດ້ວາງແຜນລຸຍທຸລະກິດຢ່າງຈິງຈັງ ໂດຍກຽມລົງທຶນໃນບັນດາບໍລິສັດພັດທະນາເກມສ໌ ເພື່ອມອບຄວາມບັນເທີງທີ່ຫຼາກຫຼາຍໃນຮູບແບບຂອງ Metaverse (ໂລກສະເໝືອນຈິງ) ຊຶ່ງຈະເປີດຕົວໃນໄວໆນີ້”.

​ນອກຈາກວົງ BTS ແລ້ວ, ບໍລິສັດ Hybe ຍັງເປັນຕົ້ນສັງກັດຂອງວົງ TXT, GFriend, ENHYPEN, NU’EST ແລະ ວົງອື່ນໆອີກ. ນອກຈາກນີ້, ຍັງໄດ້ຄວບລວມກິດຈະການກັບ Ithaca Holdings ຄ້າຍເພງໃນສະຫະລັດອະເມຣິກາ ທີ່ດູແລສິລະປິນລະດັບໂລກເຊັ່ນ Ariana Grande ແລະ Justin Bieber.