ຕຳແໜ່ງມື 1 ຂອງໂລກ ຫຼຸດມື ໂນວັຊ ຢໍໂຄວິຊ ແລ້ວ!

ໂນວັຄ ຢໍໂຄວິຊ ນັກກີລາເທນນິສຊື່ດັງຊາວເຊີຣ໌ເບຍ, ຫຼຸຈາກຕຳແໜ່ງມືອັນດັບ 1 ຂອງໂລກ ໄປເປັນທີ່ຮຽບຮ້ອຍແລ້ວ, ຫຼັງຈາກຕົກຮອບ 8 ຄົນສຸດທ້າຍໃນການແຂ່ງຂັນເທນນິສ ເອທີພີ ທົວຣ໌ “ດູໄບດິວຕີຟຣີ ແຊມປຽນຊິພ 2022”.

ສຳນັກຂ່າວກີລາຕ່າງປະເທດໄດ້ລາຍງານໃນວັນທີ 25 ກຸມພາ 2022 ວ່າ: ການແຂ່ງຂັນເທນນິສ ເອທີພີ ທົວຣ໌ 500 ລາຍການ “ດູໄບ ດິວຕີຟຣີ ແຊມປຽນຊິພ 2022” ຊີງເງິນລາງວັນລວມກວ່າ 2,9 ລ້ານໂດລາສະຫະລັດ, ຊຶ່ງຈັດຂຶ້ນທີ່ນະຄອນດູໄບ ສະຫະລັດອາຣັບເອມີເຣຕສ໌, ເມື່ອວັນທີ 24 ກຸມພາ ໂດຍອບ 8 ຄົນສຸດທ້າຍປະເພດຊາຍດ່ຽວ ເປັນການພົບກັນລະຫວ່າງ ໂນວັຄ ຢໍໂຄວິຊ ກັບ ຢີຣີ ເວຊີລີ ມືອັນດັບ 123 ຂອງໂລກ ຈາກປະເທດເຊ໊ກ.

ໃນການແຂ່ງຂັນແມຕນີ້, ນັກກີລາເທນນິສຈາກເຊ໊ກ ສາມາດງັດຟອຣ໌ມເກ່ງອອກມາໄດ້ຢ່າງໂດດເດັ່ນ, ພິກເອົາຊະນະ ໂນວັຄ ຢໍໂຄວິຊ ໄປໄດ້ 2 ເຊຕຊ້ອນ 6-4 ແລະ 7-6 ໄທເບຣກ 7-4. ໄຊຊະນະຄັ້ງນີ້, ສົ່ງໃຫ້ ຢີຣີ ເວຊີລີ ຜ່ານເຂົ້າໄປສູ່ຮອບຮອງຊະນະເລີດ ພົບກັບ ເດນິສ ຊາໂປຣວາລອຟ ມືອັນດັບ 7 ຈາກແຄນາດາ, ທີ່ເອົາຊະນະ ຣິຄາຣ໌ດາສ ເບຣັບຄິສ ມືອັບດັນ 99 ຈາກລິທົວເນຍ ໄປໄດ້ 2-0 ເຊຕ 7-6 (7-4) ແລະ 6-3.

ຈາກຜົນການແຂ່ງຂັນດັ່ງກ່າວ,ສົ່ງຜົນໃຫ້ ໂນວັຄ ຢໍໂຄວິຊ ສູນເສຍຕຳແໜ່ງມືອັບດັບ 1 ຂອງໂລກ ໃນຮອບ 361 ສັບປະດາ ໃຫ້ກັບ ດານິລ ເມດເວເດຟ ນັກກີລາເທນນິສຊື່ດັງຊາວຣັສເຊຍ, ຫຼັງຈາກທີ່ ເມດເວເດຟ ສ້າງຜົນງານໄດ້ຢ່າງໂດດເດັ່ນໂດຍການຜ່ານເຂົ້າຮອບຮອງຊະນະເລີດໃນເສິກເທນນິສ “ອະເບຍໂຕ ເມ໊ກຊິກາໂນ ເທລເຊລ 2022” ທີ່ປະເທດເມ໊ກຊິໂກ ເມື່ອວັນສຸທີ່ຜ່ານມາ, ດ້ວຍການເອົາຊະນະ ໂຢຊິຮິໂຕະ ນິຊິໂອກະ ຈາກຍີ່ປຸ່ນ ໄປໄດ້ 2-0 ເຊຕ.

ນອກຈາກນີ້, ດານິລ ເມດເວເດຟ ກໍຖືເປັນນັກກີລາເທນນິສຊາຍຄົນທຳອິດໃນຮອບ 18 ປີ ທີ່ກ້າວຂຶ້ນສູ່ຕຳແໜ່ງມືອັນດັບ 1 ຂອງໂລກໄດ້ສຳເລັດ, ນອກເໜືອຈາກ 4 ສຸດຍອດນັກກີລາເທນນິສເຊັ່ນ: ໂນວັຄ ຢໍໂຄວິຊ, ໂຣເຈີຣ໌ ເຟເດີຣ໌ເຣີຣ໌, ຣາຟາເອລ ນາດາລ ແລະ ແອນດີ ເມີຣ໌ເລ.