ງູ 2 ຫົວ ປາກົດການເໜືອທຳມະຊາດທີ່ວິທະຍາສາດອະທິບາຍໄດ້!

ໃຜກໍຕາມທີ່ພົບງູ 2 ຫົວ, ໃນເບື້ອງຕົ້ນນອກຈາກຈະມີອາການຕື່ນຕົກໃຈແລ້ວ; ສິ່ງທີ່ຕາມມາກໍຄືຄວາມຮູ້ສຶກແປກປະຫຼາດ ແລະຈິດສຳນຶກທີ່ສື່ໄປເຖິງຄວາມມີໂຊກລາບຂອງຜູ້ປະສົບພົບເຫັນ.
 
ຫຼາຍຄົນຄົງຈະຄິດວ່ານີ້ເປັນປາກົດການເໜືອທຳມະຊາດ, ສ່ວນທາງດ້ານນັກວິທະຍາສາດ ກໍໄດ້ອະທິບາຍວ່າ: ງູ 2 ຫົວ (Bicephaly) ຄືສະພາບປົກກະຕິຂອງສັດໂລກທີ່ສາມາດເກີດຂຶ້ນໄດ້, ສາເຫດທີ່ເປັນແບບນີ້ກໍເນື່ອງຈາກວ່າມັນເປັນແຝດທີ່ບໍ່ສົມບູນ. ເລື່ອງລາວການຖືກໍາເນີດຂອງງູ 2 ຫົວ, ຕ້ອງຫວນກັບໄປໃນຊວ່ງເວລາທີ່ອະສຸຈິເຂົ້າມາປະສົມກັບໄຂ່, ຊຶ່ງໂດຍປົກກະຕິແລ້ວ ກໍຈະມີການພັດທະນາເປັນ ເອັມບີຣໂອ (Embryo) ຫຼື ສິ່ງມີຊີວິດໃນຊ່ວງພັດທະນາໄລຍະຕົ້ນຢູ່ພາຍໃນໄຂ່ ຫຼືມົດລູກແລ້ວຈິ່ງຄ່ອຍໆມີການພັດທະນາຂຶ້ນໄປເລື້ອຍໆ. ລັກສະນະນີ້ກໍຄືຈະມີການແບ່ງຕົວຂອງ ເອັມບີຣໂອ, ຊຶ່ງຖ້າມັນສາມາດແບ່ງຕົວໄດ້ສົມບູນ ກໍຈະໄດ້ງູສອງໂຕໃນໄຂ່ໜ່ວຍດຽວ; ແຕ່ໃນກໍລະນີທີ່ຂະບວນການແບ່ງຕົວຂອງມັນບໍ່ສົມບູນ, ສິ່ງທີ່ເກີດຂຶ້ນກໍຄືສະພາບຮ່າງກາຍຂອງສັດທີ່ເຮົາຈະເຫັນດັ່ງໃນຮູບພາບເຫຼົ່ານີ້ ຊຶ່ງອາດຈະມີສອງຫົວ ຫຼື 2 ຫາງ, ແຕ່ອະໄວຍະວະອື່ນໆຍັງຄົງເກາະຕິດກັນຢູ່. ກໍລະນີແບບນີ້ກໍເຄີຍເກີດຂຶ້ນກັບມະນຸດມາແລ້ວ, ດັ່ງທີ່ເຮົາເຫັນຂ່າວຂອງປະເທດເພື່ອນບ້ານ (ປະ ເທດໄທ) ເປັນຕົ້ນແມ່ນແຝດສະຫຍາມ ຫຼືແຝດອິນຈັນ ເມື່ອປີ ຄສ 1874 .
 
ຢ່າງໃດກໍຕາມ, ສັດທີ່ເກີດມາມີ 2 ຫົວ, ສ່ວນຫຼາຍຈະລົ້ມຫາຍຕາຍໄປຕັ້ງແຕ່ຍັງເປັນລູກອ່ອນ, ຍ້ອນຄວາມຂັດແຍ່ງໃນການຍາດອາຫານຂອງຫົວທັງສອງ (ກັດກັນເອງ) ແລະການກິນອາຫານຫຼາຍເກີນໄປ,ໃນຂະນະທີ່ອະໄວຍະວະພາຍໃນສາມາດຮອງຮັບປະລິມານອາຫານໄດ້ພຽງສຳລັບ 1 ຕົວເທົ່ານັ້ນ,ກໍລະນີນີ້ຈິ່ງເປັນອັນຕະລາຍຕໍ່ລະບົບພາຍໃນ. ຈາກຂໍ້ມູນດັ່ງກ່າວນີ້ກໍຊີ້ໃຫ້ເຫັນວ່າ: ສຳນວນ “2 ຫົວດີກວ່າຫົວດຽວ” ແມ່ນໃຊ້ບໍ່ໄດ້ໃນຊີວິດສັດໂລກ.
 
ຢ່າງໃດກໍດີ, ໃນຍຸກທີ່ຫວຍພັດທະນາລາວ ແລະຊ່ອງທາງການສ່ຽງໂຊກທີ່ມີເພີ່ມຂຶ້ນຢ່າງຫຼວງຫຼາຍ, ຖ້າຫາກຜູ້ໃດພົບເຫັນງູ 2 ຫົວ ຫຼືສອງຫາງ ກໍຄົງຖືເປັນປາກົດການສ່ຽງໂຊກທີ່ຄຳຕອບທາງວິທະຍາສາດຕ້ອງຍົກເອົາໄປໄວ້ເບື້ອຫຼັງສາກ່ອນ (!!!).