ສະຄວິດ ເກມ ຄວ້າ 3 ລາງວັນໃຫຍ່ໃນ ແຊກ ອະວອຣ໌ດສ໌

ຖືເປັນຄວາມສຳເລັດທີ່ຍິ່ງໃຫຍ່ຂອງ ສະຄວິດ ເກມ (Squid Game) ຊີຣີສ໌ ຫຼື ລະຄອນຊຸດຍອດນິຍົມຂອງ ສ.ເກົາຫຼີ, ຊຶ່ງສາຍຜ່ານລະບົບອອນໄລນ໌ “ເນ໊ຕຟລິກຊ໌” (Netflix) ເປັນຜົນງານການກໍາກັບຂອງ ຄັງ ດົງຮະຢອກ ຜູ້ຂຽນບົດ ແລະຜູ້ກຳກັບຊື່ດັງ, ສາມາດຄວ້າໄດ້ 3 ລາງວັນໃຫຍ່ເທິງເວທີປະກາດລາງວັນສະກຣີນ ແອຄເຕີຣ໌ ອະວອຣ໌ດສ໌ ຫຼື ແຊກ ອະວອຣ໌ດສ໌ ຄັ້ງທີ 28 ຂອງສະມາຄົມນັກສະແດງແຫ່ງອະເມຣິກາ.

​ສຳລັບພິທີປະກາດຜົນ ແລະ ມອບລາງວັນ ແຊກ ອະວອຣ໌ດສ໌ ຄັ້ງທີ 28 ປະຈຳປີ 2022 ຈັດຂຶ້ນເມື່ອວັນທີ 28 ກຸມພາຜ່ານມາ (ຕາມເວລາບ້ານເຮົາ) ທີ່ນະຄອນ ຊານຕາ ມໍນິກາ, ລັດແຄລິຟໍຣ໌ເນຍ ສະຫະລັດອະເມຣິກາ. ທັງນີ້, ຊີຣີສ໌ ສະຄວິດ ເກມ ເຂົ້າຊີງ 4 ລາງວັນ ແລະສາມາດຄວ້າໄປໄດ້ 3 ລາງວັນ ໄດ້ແກ່: ນັກສະແດງນຳຊາຍ ແລະຍິງດີເດັ່ນ ປະເພດຊີຣີສ໌ດຣາມາ (ອີຈອງແຈ ແລະຈອງໂຮຢອນ) ແລະ ລາງວັນທີມສະຕັນທ໌ (ນັກສະແດງແທນ) ດີເດັ່ນ.

​ໂດຍ ອີຈອງແຈ ພະເອກເຈົ້າບົດບາດຊາວ ສ.ເກົາຫຼີ ໄວ 49 ປີ, ເຜີຍຮູ້ສຶກຕື່ນເຕັ້ນທີ່ສຸດເມື່ອໄດ້ຍິນສຽງປະກາດຊື່ຂອງຕົນວ່າໄດ້ຮັບລາງວັນນັກສະແດງນຳຊາຍ ແລະ ກ່າວຂະນະຂຶ້ນຮັບລາງວັນວ່າ “ຕົນຂໍຂອບໃຈ ແຊກ ອະວອຣ໌ດສ໌ ແລະຜູ້ຊົມທົ່ວໂລກຕໍ່ຄວາມຮັກທີ່ມີໃຫ້ສະຄວິດເກມ, ເພາະນີ້ຄືສິ່ງຍິ່ງໃຫຍ່ທີ່ສຸດທີ່ເກີດຂຶ້ນກັບຕົນ, ຊຶ່ງຕົນກໍໄດ້ຂຽນບາງສິ່ງກຽມໄວ້ແຕ່ກໍບໍ່ຄິດເລີຍວ່າຈະໄດ້ອ່ານມັນໃນທີ່ສຸດ”.

​ທາງດ້ານ ຈອງໂຮຢອນ ນັກສະແດງສາວ ສ.ເກົາຫຼີ ໄວ 28 ປີ, ກໍໄດ້ກ່າວຂະນະຂຶ້ນຮັບລາງວັນພ້ອມນໍ້າຕາແຫ່ງຄວາມຍິນດີວ່າ: ສິ່ງທຳອິດຕົນຂໍຂອບໃຈຫຼາຍໆ, ຊຶ່ງທີ່ຜ່ານມາຕົນເຄີຍນັ່ງເບິ່ງທຸກຄົນໃນຈໍຮູບເງົາໃນຖານະຜູ້ຊົມ ແລະມີຄວາມຝັນຢາກເປັນນັກສະແດງຕະຫຼອດມາ, ຕົນຮູ້ສຶກເປັນກຽດຫຼາຍທີ່ໄດ້ມາຢືນຢູ່ຈຸດນີ້.