ວິທີກຳຈັດແມງສາບ ແບບງ່າຍໆ

  ແມງສາບເປັນບັນຫາທີ່ແກ້ໄຂໄດ້ຍາກມັກມີຢູ່ໃນເຮືອນຂອງພວກເຮົາທຸກຄົນ ແລະເຮົາຈຳເປັນ ຕ້ອງຈັດການກັບພວກມັນທຸກມື້ມີ ຜະລິດຕະພັນຫຼວງຫຼາຍທີ່ມີຂາຍ ຢູ່ຕາມຕະຫຼາດເພື່ອຈັດການກັບແມງສາບທີ່ເຕັມຢູ່ເຮືອນແຕ່ຜະລິດຕະພັນເຫຼົ່ານີ້ມາພ້ອມກັບຂໍ້ເສຍບາງ ຢ່າງເຊັ່ນຖິ້ມກິ່ນທີ່ເໝັນຕິດຢູ່ໃນບ້ານມີສານເຄມີຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍບໍ່ດົນພວກແມງສາບກໍ່ກັບມາອີກແຕ່ມື້ນີ້ພວກເຮົາມີວິທີແກ້ບັນຫາການກຳຈັດແມງສາບໃຫ້ຫາຍໄປຕະຫຼອດການມາຝາກ.

ສິ່ງທີ່ຕ້ອງກະກຽມ:

  1. ໄຂ່ແດງດິບ 1 ໜ່ວຍ.
  2. ຜົງບໍຣິກ ຫຼື ບໍແຮັກ 50 ກຣາມ (1.7 ອອນ).

ວິທີເຮັດ:ນຳໄຂ່ແດງ ແລະຜົງ ບໍແຮັກມາປະສົມໃຫ້ເຂົ້າກັນຈົນມີເນື້ອໜຽວຈາກນັ້ນໃຫ້ປັ້ນເປັນລູກນ້ອຍໆມົນໆຖິ້ມໄວ້ປະມານ 1 ຊົ່ວໂມງ ແລ້ວນຳໄປວາງໄວ້ທົ່ວມຸມເຮືອນຂອງເຈົ້າ ແລະກວດເຊັກໃຫ້ ແນ່ໃຈອີກເທື່ອວ່າໄດ້ນຳໄປໄວ້ໃນ ຫ້ອງຄົວ, ຫ້ອງນ້ຳ, ຕູ້ເສື້ອຜ້າ, ຊັ້ນວາງ, ຕູ້ຄົວ ແລະສະຖານທີ່               ອື່ນໆ ທີ່ເຈົ້າບໍ່ສາມາດເບິ່ງເຫັນ ແມງສາບຈາກນີ້ໄປແມງສາບກໍຈະ ບໍ່ສາມາດນຳເຊື້ອພະຍາດມາສູ່ຄົນໄດ້ອີກຕໍ່ໄປ.

ຮຽບຮຽງໂດຍ: ຟ້າ