ສະໝຸນໄພຊ່ວຍກະຕຸ້ນພູມຄຸ້ມກັນຮ່າງກາຍ ເຮັດໃຫ້ມີສຸຂະພາບແຂງແຮງ

  ພືດສະໝຸນໄພທຳມະຊາດຫຼາຍຊະນິດທີ່ມີສັບພະຄຸນອອກລິດຕໍ່ຕ້ານ ແລະກຳຈັດສານພິດເຊື້ອພະຍາດຕ່າງໆທີ່ເຂົ້າສູ່ຮ່າງກາຍເຮົາ ແລະຍັງຊ່ວຍຕ້ານອະນຸມູນອິດສະຫຼະຖອນພິດໄຂ້ໃນຮ່າງກາຍຊ່ວຍໃນຂະບວນການລ້າງສານພິດໃນເລືອດກະຕຸ້ນການສ້າງເມັດເລືອດແດງ ເມັດເລືອດຂາວ ເກັດເລືອດຟອກເລືອດໃຫ້ສະອາດຟື້ນຟູການເຮັດວຽກຂອງຕັບຈາກການດື່ມເຫຼົ້າ, ສານເຄມີ, ສານປຸງແຕ່ງຈາກ ອາຫານ, ເຮັດໃຫ້ຮູ້ສືກສົດຊື່ນ, ເຮັດໃຫ້ຮ່າງກາຍ ແຂງແຮງ.

  1. -ຂີ້ໝີ້ນ ເປັນສະໝຸນໄພພື້ນຖານທີ່ໃຊ້ຮັກສາ ອາການອັກເສບອະໄວຍະວະຕ່າງໆຖ້າກີນຂີ້ໝີ້ນຜົງລະລາຍລົງໃນນໍ້າເຜິ້ງເປັນຢາບຳລຸງປອດ, ຮັກ ສາແຜອັກເສບໃນປອດ ຫຼື ຕົ້ມເປັນນໍ້າສະໝຸນໄພລວມມີ, ຫົວສີໄຄ, ຫົວຫອມ, ຂີ້ໝີ້ນ, ຈິບອຸ່ນໆເຊົາ ຈາກໄຂ້ຫວັດໄວຫຼາຍ.
  2. -ພິກໄທ: ເປັນຢາກຳຈັດໄຂມັນສ່ວນເກີນກະ ຕຸ້ນການເຜົາຜານໄຂມັນ.
  3. -ຂີງ: ເປັນປະໂຫຍດຕໍ່ຫົວໃຈ,ປອດ, ໄລ່ລົມໃຫ້ຄວາມອົບອຸ່ນໃນຍາມທີ່ໜາວກິ່ນຫອມເຮັດໃຫ້ຫາຍໃຈສະດວກຂຶ້ນກິນນໍ້າຂີງອຸ່ນໆປະສົມນົມ ຮ້ອນໆບຳລຸງຮ່າງກາຍບຳລຸງປອດ.
  4. -ໝາກຂາມປ້ອມ: ເປັນໝາກໄມ້ທີ່ສາມາດ ຕ້ານການແກ່ຊະລາ, ສາມາດບຳບັດພະຍາດທັງ ຫຼາຍທັງປວງ.