ສາວງາມໂປແລນດ໌ ຄວ້າມົງກຸດ ມິສເວີຣດ໌ 2021

“Karolina Bielawska” ສາວງາມຈາກປະເທດໂປແລນດ໌, ຄວ້າຕຳແໜ່ງນາງງາມໂລກ ຫຼື ມິສເວີຣດ໌ ປະຈຳປີ 2021 (Miss World 2021). ຂະນະທີ່ຮອງອັນດັບ 1 ໄດ້ແກ່ “Shree Saini” ສາວງາມຈາກສະຫະລັດອະເມຣິກາ ແລະຮອງອັນດັບ 2 ໄດ້ແກ່ “Olivia Yacé ສາວງາມຈາກປະເທດ ໄອວໍຣີໂຄສຕ໌.

ເວທີປະກວດນາງງາມໂລກ ຄັ້ງທີ 70 ປະຈໍາປີ 2021 ຈັດຂຶ້ນໃນວັນທີ 17 ມີນາ 2022 ເວລາ 7:00 ໂມງ (ຕາມເວລາບ້ານເຮົາ) ທີ່ເມືອງຊານຮວນ ປະເທດ ປວຍຣ໌ໂຕຣີໂກ (Puerto Rico). ຊຶ່ງຕາມເດີມແລ້ວ, ກຳນົດການປະກວດຊີງມົງກຸດຈະຈັດຂຶ້ນໃນວັນທີ 16 ທັນວາ 2021 ແຕ່ກໍຖືກເລື່ອນມາຈັດໃນປີນີ້ ເນື່ອງຈາກສະພາບລະບາດຂອງພະຍາດໂຄວິດ-19 ໃນກອງປະກວດ ຊຶ່ງມີຈຳນວນຜູ້ຕິດເຊື້ອເຖິງ 23 ຄົນ. ສຳລັບການປະກວດຄັ້ງນີ້, ໂດຍມີ “Toni-Ann Singh” ມິສເວິຣດ໌ 2019 ສາວງາມຈາກຈາໄມກາ ທີ່ຄອງຕຳແໜ່ງນາງງາມໂລກຍາວນານເຖິງ 2 ປີ 3 ເດືອນ ຂຶ້ນສວມມົງກຸດໃຫ້ແກ່ມິສເວິຣດ໌ຄົນໃໝ່ຈາກໂປແລນດ໌ ຊຶ່ງນັບເປັນສາວງາມຄົນທີ 2 ຂອງປະເທດທີ່ຄວ້າຕຳແໜ່ງໄດ້ໃນຮອບ 33 ປີ.

ສຳລັບການປະກວດມິສເວິຣດ໌ ຄັ້ງທີ 70, ຊຶ່ງສາວງາມທີ່ບັນດາເພຈນາງງາມທົ່ວໂລກຍົກໃຫ້ເປັນຕົວເກງໃນການຄວ້າມົງກຸດນັ້ບໍ່ສາມາດຜ່ານເຂົ້າຮອບ 13 ຄົນສຸດທ້າຍໄດ້, ເປັນຕົ້ນແມ່ນ“Alejandra Conde” ນັກສຶກສາແພດຜູ້ອຸທິດຕົນ ສາວງາມຈາກປະເທດເວເນຊູເອລາ ແລະ“Shudufhadzo Musida” ສາວງາມຜູ້ຄອງຕໍາແໜ່ງມິສແອຟຣິກາໃຕ້ 2020 ທີ່ເລືອກມາປະກວດເວທີນີ້ໂດຍສະເພາະ,ລວມເຖິງສາວງາມຈາກປະເທດອິນເດຍຊຶ່ງຖືເປັນລູກຮັກຂອງເວທີມິສເວິຣດ໌ ກໍບໍ່ສາມາດເຂົ້າເຖິງຮອບເລິກໆເຊັ່ນກັນ.