ໂຈວເຫວິນຟະ ເກີດອຸບັດເຫດຂະນະຖ່າຍທຳ ຮູບເງົາເລື່ອງໃໝ່

  ເຮັດໃຫ້ຕົກໃຈກັນທັງກອງຖ່າຍເມື່ອພະເອກໜຸ່ມລຸ້ນໃຫຍ່ໂຈວ ເຫວິນຟະ (ໂດນັລໂຈວ) ຜິດພາດຈາກການສະແດງບົດສູ້ຮົບຈົນ ເລືອດອາບເຕັມໜ້າໃນລະຫວ່າງ ການຖ່າຍທຳຮູບເງົາເລື່ອງໃໝ່ຊັນ ນີ່ ເດ (Sunny Days) ກັບກວງ ເຕີປິນ (ເຄນນີ່ຫວ່ອງ).

 ສື່ດັງຂອງຮົງກົງລາຍງານໃນທ້າຍອາທິດທີ່ຜ່ານມາວ່າໂຈວເຫວິນຟະດາລາອາຍຸ 63 ປີຕ້ອງໄດ້ຫຍິບ ເຖິງ 5 ເຂັມທີ່ຫົວຫຼັງຈາກເກີດອຸ    ບັດເຫດລະຫວ່າງເຂົ້າສາກຖ່າຍ ທຳຮູບເງົາ  ໂດຍໄດ້ຮັບການປະຖົມ ພະຍາບານເບື້ອງຕົ້ນໃນກອງຖ່າຍ, ທັງນີ້ທີມງານໄດ້ໂທຫາເສິນຮຸນ  ຫຼຽນພັນລະຍາຄົນສິງກະໂປຂອງໂຈວເຫວິນຟະໃຫ້ມາເບິ່ງອາການ ສາມີຂອງລາວຫຼັງຈາກປະຖົມພະຍາບານແລ້ວ, ເບື້ອງຕົ້ນໄດ້ຖືກນໍາ  ຕົວສົ່ງໄປໂຮງໝໍເຖິງແມ່ນວ່າເລືອດຈະອອກຫຼາຍແຕ່ລາວກໍພະຍາຍາມ ຢູ່ຊື່ໆເພາະເຂົາບໍ່ຢາກໃຫ້ທຸກຄົນໃນກອງຖ່າຍເປັນຫ່ວງຊຶ່ງແພດຢ້ານ ຕິດເຊື້ອຈຶ່ງແນະນຳໃຫ້ແຖໜວດ, ຊຶ່ງໂຈວເຫວິນຟະກໍເປັນຫ່ວງວ່າຈະມີຜົນກະທົບກັບການຖ່າຍຮູບເງົາ ໂດຍລາວມີບາດແພທີ່ດ້ານ ຊ້າຍຂອງໜ້າຜາກແຕ່ດ້ວຍຈິດວິນ ຍານຂອງນັກສະແດງລາວໄດ້ກັບມາຖ່າຍທຳຮູບເງົາຫຼັງຈາກຫຍິບບາດແຜຮຽບຮ້ອຍແລ້ວເຮັດໃຫ້ ທິິມງານກອງຖ່າຍພາກັນຍົກຍ້ອງສັນລະເສີນຈິດວິນຍານແຫ່ງຄວາມເປັນນັກສະແດງມືອາຊີບແລະນັກສູ້ທີ່ແທ້ຈິງ.

ນສພ ເສດຖະກິດ-ສັງຄົມ