ຫວຽດນາມ-ອຽກລັງຮ່ວມມື ດ້ານການສຶກສາ-ສາທາລະນະສຸກ

   ວັນທີ 18 ມີນາຜ່ານມາ ທ່ານ ເລແທງລຽມ ຮອງປະທານຜູ້ປະ ຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ໃຫ້ການຕ້ອນ ຮັບທ່ານ Patrick O’Donovan ລັດຖະມົນຕີກະຊວງການເງິນ, ການ ໃຊ້ຈ່າຍສາທາລະນະ ແລະການປະຕິຮູບອຽກລັງທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈິມິນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ເລແທງລຽມ ໄດ້ເນັ້ນໜັກ ວ່າ ນະຄອນໂຮ່ຈິມິນ ແລະອຽກລັງ ຍັງມີຄວາມສາມາດບົ່ມຊ້ອມຫຼາຍຢ່າງ ໃນການຮ່ວມມື, ພິເສດແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງອຽກລັງ ແລະນະຄອນມີຄວາມຕ້ອງການຄື: ສາທາລະນະສຸກ ແລະການສຶກສາ. ທາງນະຄອນໄດ້ຮຽກຮ້ອງບັນດາວິສາຫະກິດ, ກຸ່ມບໍລິສັດຂອງອຽກລັງ ຍູ້ແຮງບັນດາການເຄື່ອນໄຫວຊຸກຍູ້ການຄ້າ, ຊອກຫາກາລະໂອກາດການ ຮ່ວມມື ແລະດຳເນີນທຸລະກິດຢູ່ນະຄອນໃນບັນດາຂົງເຂດຄືສາທາລະນະສຸກ, ການຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລ. ນະຄອນ ໂຮ່ຈິມິນ ຫວັງວ່າ ຈະໄດ້ຮ່ວມມື ແລະຮັບການແບ່ງປັນບົດຮຽນຈາກອຽກລັງໃນ ການກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ ແລະການປະຕິບັດໂຄງການສ້າງຕັ້ງຕົວເມືອງອັດສະລິຍະ.

ສ່ວນທ່ານ Patrick O’Donovan ໃຫ້ຮູ້ວ່າ ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອຽກລັງ ແລະຫວຽດນາມຫຼາຍກວ່າອີກ (ໃນນັ້ນມີນະ ຄອນໂຮ່ຈິມິນ). ອຽກລັງ ໄດ້ສະແດງຄວາມສົນໃຈ ແລະຖືເປັນສຳຄັນ ການພົວພັນຮ່ວມມືກັບຫວຽດນາມ, ຖືຫວຽດນາມເປັນປະຕູເຂົ້າອອກ, ຂົວເຊື່ອມຕໍ່ດ້ານການຄ້າກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກ ສຽງໃຕ້.

ນສພ ເສດຖະກິດ-ສັງຄົມ