ອາຫານທີ່ມີຄອລລາເຈນ ກິນແລ້ວຜິວເຄັ່ງມີນໍ້າມີນວນ

ຮຽບຮຽງ: ດວງໄຊ

 ກ່ອນທີ່ເຮົາຈະໄປຮູ້ຈັກກັບອາຫານທີ່ມີຄອລລາເຈນ, ເຮົາມາຊອກຮູ້ກ່ອນວ່າຄອລລາເຈນແມ່ນຫຍັງ? ມັນຄື: ໂປຣຕີນເມຕຣິກຊ໌ ນອກເຊລລ໌ ທີ່ບໍ່ສາມາດລະລາຍໃນນໍ້າໄດ້, ຄອລລາເຈນເຮັດໜ້າທີ່ຄ້າຍຄືກັບຢາງກາວທີ່ຢຶດຕິດເຊລຜິວໜັງ, ເອັນ ແລະກ້າມຊີ້ນໃຫ້ແໜ້ນ ແລະເຄັ່ງຕຶງ, ຊຶ່ງຫຼາຍກວ່າ 80% ຂອງເຊລຜິວໜັງໃນຮ່າງກາຍແມ່ນມີຄອລລາເຈນເປັນສ່ວນປະກອບ. ດັ່ງນັ້ນ, ຫາກຂາດຄອລລາເຈນ, ກໍເປັນອັນວ່າຜິວພັນຈະຕ້ອງຫ່ຽວຍານ. ຊຶ່ງສະພາບຜິວທີ່ແຫ້ງຫ່ຽວຂອງຜູ້ອາຍຸສູງ ແມ່ນເປັນເພາະປະລິມານຄອລລາເຈນຄ່ອຍໆຫຼຸດລົງຕາມການເວລາ ແລະນັ້ນກໍ່ເປັນທຳມະຊາດຂອງສັງຂານ.

ຄຸນສົມບັດທີ່ດີຂອງຄອລລາເຈນ, ຊຶ່ງນອກຈາກຄວາມໂດດເດັ່ນໃນຖານະເປັນໂປຣຕີນຢຶດເຊລຜິວໜັງໃຫ້ເຄັ່ງຕຶງແລ້ວຍັງຊ່ວຍແກ້ບັນຫາຜິວທີ່ຖືກຄວາມຮ້ອນ ຫຼືລັງສີຢູວີເຜົາໄໝ້ຈົນໝອງຊໍ້ານອກນັ້ນ, ຜູ້ຊ່ຽວຊານຍັງລະບຸວ່າຄອລ ລາເຈນສາມາດຊ່ວຍປິ່ນປົວພະຍາດຂໍ້ກະດູກເສື່ອມ ແລະປິ່ນປົວໄຂຂໍ້ອັກເສບໄດ້ອີກດ້ວຍ”.

ຄອລລາເຈນມີຢູ່ໃນຖົ່ວເຫຼືອງ ແລະຊີສທຸກປະເພດ: ທີມີເຈນິສຕິນ (genis tein) ສານຕ້ານອະນຸມູນອິດສະຫຼະທີ່ເອີ້ນວ່າ: ໄອໂຊຟລາໂວນ, ຊຶ່ງມີສ່ວນຊ່ວຍເລັ່ງການຜະລິດຄອລລາເຈນ, ຊ່ວຍຍົກກະຊັບຜິວໃຫ້ເຄັ່ງຕຶງ ແລະຊ່ວຍສະກັດກັ້ນ ເອນໄຊມ໌ ໂຕຮ້າຍ ອັນເປັນສາຍເຫດຂອງຮອຍຕີນກາ. ນອກນັ້ນ, ຄອລລາເຈນຍັງມີຢູ່ໃນຖົ່ວດິນ, ຖົ່ວລັນເຕົາ ແລະ ຖົ່ວຊະນິດອື່ນໆ, ທີ່ມີກົດ ໄຮຢາລູໂຣນິກ (hyaluronic acid) ຊຶ່ງເປັນອາວຸດຊັ້ນດີຂອງຂະບວນການຢຸດຢັ້ງຮອຍຫ່ຽວ ແລະ ຊ່ວຍກະຕຸ້ນການສ້າງຄອລລາເຈນມາບຳລຸງຜິວ. ນອກນັ້ນ,ຍັງມີຢູ່ໃນຖົ່ວອັລມອນດ໌ ໃນແກ່ນໝາກມ່ວງຫິມະພານໃນທັນຍະພືດຕ່າງໆ ອີກທັງໃນປາແຊລມອນ, ປາທູນ້າ, ອະໂວຄາໂ, ຊຶ່ງເປັນກຸ່ມທີ່ມີກົດໄຂມັນໂອເມກ້າອັນເປັນແຫຼ່ງສ້າງຄອລລາເຈນຕາມທຳມະຊາດ.

ຄອລລາເຈນມີຢູ່ໃນຜັກໃບຂຽວທຸກຊະນິດເຊັ່ນ: ຜັກກາດນາ (ຄະນ້າ) ຜັກກາດຊອມ, ຜັກກາດຫໍ່, ຜັກສະຫຼັດ, ຜັກໂຂມ, ກະຫຼໍ່າ, ໜໍ່ໄມ້ຝຣັ່ງ ແລະ ອື່ນໆ. ຊຶ່ງຖ້າມີສີຂຽວເຂັ້ມເທົ່າໃດ ກໍຍິ່ງມີຄອລລາເຈນຫຼາຍ. ນອກນັ້ນ,ັງມີຢູ່ໃນຜັກ ແລະ ໝາກໄມ້ທີ່ມີສີແດງ ທີ່ມ ໄລໂຄປີນ ໃນປະລິມານສູງ, ສານຊະນິດນີ້ ຊ່ວຍຊຸກຍູ້ການສ້າງ ຄອລລາເຈນ ໄດ້ດີ. ພ້ອມນັ້ນ ຍັງເຮັດໜ້າທີ່ຄ້າຍຄືສານຕ້ານອະນຸມູນອິດສະຫຼະ, ຊ່ວຍເຕີມເຕັມຄວາມແຂງແຮງໃຫ້ເຊລຜິວ. ດັ່ງນັ້ນ, ເຮົາຈຶ່ງຄວນຮັບປະທານໝາກເລັ່ນ, ໝາກເຜັດຢວກ ສີສົ້ມ-ແດງ ຫົວບີທຣູທ, ແຄຣອທ ແລະ ອື່ນໆທີ່ມີສີສັນຕາມທຳມະຊາດ.

ໝາກໄມ້ທີ່ມີວິຕາມິນ C ເຊັ່ນ: ໝາກນາວ, ໝາກສີດາ, ສະຕຣໍວ໌ເບີຣ໌ຣີ (Strawberry) ແລະ ອື່ນໆ ທີ່ມີລົດຊາດສົ້ມຫຼາຍກວ່າຫວານ, ຍິ່ງເປັນໝາກໄມ້ ແລະ ຜັກທີ່ມີສີສັນຕາມທຳມະຊາດກໍຍິ່ງມີຄອລລາເຈນຫຼາຍ. ອີກທັງໃນໝາກແຕງ, ໝາກກອກຝຣັ່ງທັງຂຽວ ແລະດຳລ້ວນອຸດົມໄປດ້ວຍຊັລເຟີຣ໌ ຊຶ່ງມີສ່ວນສຳຄັນໃນການສ້າງຄອລລາເຈນບຳລຸງຜິວ.

ນອກນັ້ນຍັງມີຢູ່ໃນ ດາຣ໌ກຊ໊ອກໂກແລຕ, ຊາຂາວ, ຫົວຜັກທຽມ, ຫອຍນາງລົມ, ໄຂ່ຂາວ, ເຂົ້າບາຣ໌ເລຍ໌, ສາຫຼ່າຍທະເລ ແລາຫຼ່າຍນໍ້າຈືດ ຫຼືໄຄຫີນ ແລະ ເທົາ, ໃນເຫັດທຸກຊະນິດ, ໃນນວນ ແລະນໍ້າໝາກພ້າວ ແລະໃນກະດູກອ່ອນຂອງໝູ, ໄກ່ ແລະອື່ນໆ.