ແລ່ນວັນລະ 5 ນາທີ ຕໍ່ອາຍຸໄດ້ 3 ປີຂຶ້ນໄປ

ຮຽບຮຽງ: ຕ້ອ

ປະໂຫຍດທີ່ໄດ້ຈາກການແລ່ນອອກກຳລັງກາຍໃນແຕ່ລະວັນຢ່າງຕໍ່າ 5-10 ນາທີ ຈະຊ່ວຍຫຼຸດຄວາມສ່ຽງພະຍາດຫຼອດເລືອດຫົວໃຈລົງໄດ້ເຖິ 58% ຊຶ່ງມີຜົນວິໄຈອອກມາແລ້ວວ່າ: ຜູ້ທີ່ມັກແລ່ນອອກກຳລັງກາຍເປັນປະຈຳຈະມີອັດຕາປ່ວຍດ້ວຍພະຍາດຊຳເຮື້ອໜ້ອຍລົງ, ເປັນຕົ້ນແມ່ນຫຼອດເລືອດຫົວໃຈ. ດັ່ງນັ້ນ, ຄົນທີ່ມັກແລ່ນອອກກຳລັງກາຍຢ່າງເໝາຍສົມຈຶ່ງມີທ່າອ່ຽງທີ່ຈະອາຍຸຍືນ 3 ປີຂຶ້ນໄປ, ເມື່ອທຽບກັບຄົນທີ່ບໍ່ມັກອອກກຳລັງກາຍ.

ການແລ່ນອອກກຳລັງກາຍຈະຊ່ວຍກະຕຸ້ນລະບົບສູບສີດເລືອດໃຫ້ຄ່ອງຕົວຊຶ່ງການຫາຍໃຈໃນລະຫວ່າງແລ່ນຈະເຮັດໃຫ້ປອດເຮັດວຽກໄດ້ດີຂຶ້ນ, ເພາະເປັນການຊ່ວຍຂະຫຍາຍປອດ ແລະເພີ່ມ ອ໊ອກຊີເຈນໃນເລືອດ, ຫຼຸດການຕິດຂັດຂອງຫຼອດເລືອດ, ຊ່ວຍຫຼຸດຄວາມດັນເລືອດ ແລະຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ, ຈຶ່ງສາມາດປ້ອງກັນຄວາມສ່ຽງເປັນອັລໄຊເມີຣ໌.

ນອກນັ້ນ, ຍັງຊ່ວຍໃຫ້ອາລົມດີ, ຊ່ວຍໃຫ້ນອນຫຼັບດີ. ດັ່ງນັ້ນ, ຈຶ່ງຕ້ອງໃຫ້ຄວາມສຳຄັນກັບການຈັດສັນເວລານອນແຕ່ຫົວຄໍ່າແລ້ວຕື່ນແຕ່ເຊົ້າເພື່ອອອກກຳລັງກາຍ, ຢ່າລືມວ່າບໍ່ມີຢາຊະນິດໃດຈະ ດີໄປກວ່າການອອກກຳລັງກາຍ ແລະ ການໃຊ້ຊີວິດໃນສະພາບແວດລ້ອມທີ່ດີ.ແຕ່ກ່ອນອື່ນໝົດ, ກໍຕ້ອງເລີ່ມທີ່ຕົວເຮົາເອງຊຶ່ງຈະຕ້ອງຝຶກຕົນໃຫ້ເປັນຄົນມີລະບຽບວິໄນ ແລະມີມະນຸດສຳພັນດີ, ເພື່ອທີ່ຈະປູພື້ນຖານໄປສູ່ການດຳລົງຊີບຢ່າງມີຄຸນນະພາບ.