ບຣາຊິນຈັດການປະມູນສຳປະທານສະໜາມບິນ 22 ແຫ່ງ

ໃນວັນທີ 18 ມີນາຜ່ານມາລັດຖະບານບຣາຊິນໄດ້ຈັດພິທີການປະ ມູນສຳປະທານກໍ່ສ້າງສະໜາມບິນ 22 ແຫ່ງ ເພື່ອກະຕຸ້ນການເຕີບໂຕທາງ ເສດຖະກິດ.

ຕາມຂ່າວສານຫວຽດນາມລາຍງານວ່າ ລັດຖະບານບຣາຊິນໄດ້ຈັດ ໃຫ້ມີການປະມູນສຳປະທານກໍ່ສ້າງສະໜາມບິນ 22 ແຫ່ງໃນພາກກາງ, ພາກເໜືອ ແລະພາກໃຕ້ ເພື່ອສົ່ງເສີມການເຕີບໂຕທາງເສດຖະກິດ, ໂດຍ ກຸ່ມບໍລິສັດ AENA ຂອງແອັດສະປາຍໄດ້ໂຄງການສຳປະທານໃຫຍ່ສຸດ ສຳປະທານ 6 ສະໜາມບິນໃນພາກຕາເວັນອອກສຽງເໜືອຂອງບຣາຊິນ ຊຶ່ງມີໄລຍະໃນການສຳປະທານ 30 ປີ, ສະໜາມບິນເຫຼົ່ານີ້ເປັນສະໜາມບິນທີ່ຜູ້ນໍາບຣາຊິນນໍາອອກມາປະມູນເພື່ອດຶງດູດນັກລົງທຶນຕ່າງປະເທດ ເນື່ອງຈາກຢູ່ໃກ້ກັບເອີຣົບ ແລະເປັນແຫຼ່ງທ່ອງທ່ຽວທີ່ມີສັກກະຍະພາບ.ໃນວັນທີ 15 ມີນາຜ່ານມາບຣາຊິນເປີດປະມູນກໍ່ສ້າງສະໜາມບິນ 12 ແຫ່ງທົ່ວປະເທດໄດ້ຮັບເງິນຫຼາຍກວ່າ 622 ລ້ານໂດລາ ຊຶ່ງສູງກວ່າຕົວເລກທີ່ຄາດຄະເນເອົາໄວ້.

ລັດຖະບານບຣາຊິນມຸ່ງໝັ້ນທີ່ຈະສົ່ງເສີມແຜນການເສດຖະກິດແບບ ເສລີ ໂດຍໃຊ້ໂຄງການປະຕິຮູບທີ່ຫຼາກຫຼາຍ ໂດຍແປຮູບພື້ນຖານໂຄງ ລ່າງຂອງລັດເພື່ອຫຼຸດພົ້ນອອກຈາກພາວະເສດຖະກິດທົດຖອຍຮ້າຍແຮງ ທີ່ສຸດໃນຮອບ 8 ທົດສະວັດທີ່ຜ່ານມາ.

ນສພ ເສດຖະກິດ -ສັງຄົມ