ລາວ-ອີຢູ ຮ່ວມມືສະໜັບສະໜູນດ້ານໂພຊະນາການ

ໂດຍອີງໃສ່ການເຊັນສັນຍາຮ່ວມມືລະຫວ່າງສະຫະພາບເອີຣົບ (EU) ແລະລັດຖະບານລາວໃນເດືອນທັນວາ ປີ 2016  ກ່ຽວກັບການສະໜັບສະໜູນວຽກງານໂພຊະນາການຢູ່ ສປປ ລາວສະຫະພາບເອີຣົບ ໄດ້ສະໜອງທຶນຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວເພື່ອຈັດຕັ້ງປະຕິບັດ “ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະໂພຊະນາການ (SUN WIP)” ຊຶ່ງຮ່ວມຈັດຕັ້ງປະຕິບັດໂດຍທະນາຄານພັດທະນາເຢຍລະມັນ (KfWແລະ ກົມນໍ້າປະປາກະຊວງໂຍທາທິການແລະຂົນສົ່ງເພື່ອ ຈັດຕັ້ງປະຕິບັດໂຄງການກໍ່ສ້າງລະບົບໂຮງງານນໍ້າປະປາຢູ່ 2 ແຂວງຄືແຂວງຄຳມ່ວນ ແລະແຂວງສະຫວັນນະເຂດ.

 ໂຄງການ SUNWIP ຈະປະກອບສ່ວນໂດຍກົງເຂົ້າໃນການບັນລຸເປົ້າໝາຍຍຸດທະສາດແຫ່ງຊາດວ່າດ້ວຍໂພຊະນາການຂອງ ສປປ ລາວ ຮອດປີ 2025 ແລະ ແຜນປະຕິບັດງານ 2016-2020 ແລະຍັງຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍແຫ່ງການພັດທະນາທີ່ຍືນຍົງ SDG2 ທີ່ວ່າຢຸດຕິຄວາມອຶດຫິວບັນລຸໄດ້ການ   ຄໍ້າປະກັນສະບຽງອາຫານ ແລະ ປັບປຸງໂພຊະນາການໃຫ້ດີຂຶ້ນ” ແລະ SDG 6 “ຮັບປະກັນໃຫ້ທຸກຄົນໄດ້ເຂົ້າເຖິງການນຳໃຊ້ນໍ້າທີ່ສະອາດ ແລະ ສຸຂາພິບານທີ່ສະ   ອາດ ແລະປອດໄພ”,  ມູນຄ່າໂຄງການທັງໝົດແມ່ນ 16,95  ລ້ານເອີໂຣໃນນັ້ນທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຮົບເເມ່ນ 15 ລ້ານເອີໂຣ ເເລະ ລັດຖະບານລາວສົມທົບ 1,95 ລ້ານເອີໂຣໂຄງການ SUNWIP ມີຈຸດປະສົງເພື່ອປັບປຸງການເຂົ້າເຖິງນໍ້າສະອາດໃຫ້ແກ່ປະຊາຊົນເຂດຊົນນະບົດເຖິງ 90.000 ຄົນ ໂດຍການສ້າງລະບົບໂຮງງານນໍ້າປະປາ 30 ແຫ່ງ ໃນຕົວເມືອງ ແລະເຂດຊານເມືອງໃນ 62 ບ້ານ, 6 ເມືອງຄືເມືອງນອງເມືອງອາດສະພອນເມືອງເຊໂປນ ແລະເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະເມືອງຫີນບູນເມືອງຍົມມະລາດ ແຂວງຄຳມ່ວນໂຄງການ  SUN WIP ຍັງປະກອບສ່ວນໃນການສ້າງຂີດຄວາມສາມາດໃຫ້ແກ່ລັດ ວິສາຫະກິດນໍ້າປະປາແຂວງ ແລະບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງອື່ນໆໂດຍຜ່ານການຝຶກອົບຮົມຕ່າງໆ ແລະປະຕິບັດກິດຈະກຳປູກຈິດສຳນຶກດ້ານສຸຂະອະນາໄມ ແລະສຸຂາພິບານເພື່ອກະຕຸ້ນການປ່ຽນແປງພຶດຕິກຳໃນຊຸມຊົນຊົນນະບົດ ແລະບັນດາໂຮງຮຽນ.

ເມື່ອວັນທີ 29 ມີນາ ຫາ 1 ເມສາ 2021 ຢູ່ແຂວງສະຫວັນນະເຂດ ແລະແຂວງຄຳມ່ວນຄະນະໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະໂພຊະນາການໄດ້ໄປຢ້ຽມຢາມໂຮງຮຽນປະຖົມສົມບູນບ້ານຕັບເຕົ່າ ແລະບ້ານດົງຄຳກວນ ຢູ່ເຂດຈຸດສຸມກຸ່ມບ້ານໂນນມີໄຊເມືອງອາດສະພອນເພື່ອພົບປະກັບຄູ-ອາຈານທີ່ໄດ້ຮັບການຝຶກອົບຮົມ ແລະສັງເກດເບິ່ງກິດຈະກຳການປູກຈິດສຳນຶກດ້ານສຸຂະອະນາໄມ ແລະສຸຂາພິບານທີ່ປະຕິບັດໂດຍນັກຮຽນໄດ້ລົງກວດກາວຽກງານກ່ຽວກັບການຟື້ນຟູ ແລະຂະຫຍາຍລະບົບນໍ້າປະປາເຂດເທສະບານເຊໂນຊຶ່ງເປັນໂຄງການຍ່ອຍທີ່ມີມູນຄ່າສັນຍາຫຼາຍທີ່ສຸດພາຍໃຕ້ຄງການSUNWIP ແລະປະຊາຊົນເຂດເທສະບານເຊໂນຫຼາຍກວ່າ  20.000 ຄົນ ຄາດວ່າຈະໄດ້ຮັບການເຊື່ອມຕໍ່ກັບລະບົບນໍ້າປະປາໃໝ່ໃນອະນາຄົດອັນໃກ້ນີ້.