ແຕ່ງຕັ້ງ ທ່ານ ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການແຕ່ງຕັ້ງ ທ່ານ ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມຊ, ວາລະດັ່ງກ່າວຈັດຂຶ້ນເມື່ອນວັນທີ 11 ເມສາ 2022 ທີ່ມະຫາ ວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີຄະນະພັກ, ຄະນະນໍາກະຊວງ, ຮອງອະທິການບໍດີ, ຫົວໜ້າກົມ-ຮອງກົມ, ຄະນະບໍດີພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທັງນີ້, ທ່ານ ອຸ່ນຄໍາ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງສຶກສາ ທິການ ແລະກີລາ, ໄດ້ຂຶ້ນຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 110/ນຍ, ລົງວັນທີ 23 ມີນາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸດົມ ພອນຄຳເພັງ ເປັນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ໃນໂອກາດດັ່ງກ່າວ, ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດມອບດຳລັດ ແລະໂອ້ລົມ, ໂດຍທ່ານໄດ້ເນັ້ນໜັກເລື່ອງການສ້າງ ມຊ ໃຫ້ກາຍເປັນສະຖານການສຶກສາທີ່ມຸ່ງພັດທະນາ ແລະຜະລິດຊັບພະຍາກອນມະນຸດທີ່ມີຄຸນນະພາບ, ສ້າງ ມຊ ໃຫ້ກາຍເປັນສູນຮຽນຮູ້ທີ່ທັນສະໄໝຮອບດ້ານ, ມີການພັດທະນາກ້າວໜ້າກ້າວໄກ ແລະຫັນເອົາ ມຊ ໄປສູ່ບົດບາດກຸ້ມຕົນເອງທາງດ້ານການເງິນໃນອະນາຄົດ.