ຈັສຕິນ ບີເບີຣ໌ ໜຶ່ງໃນນັກຮ້ອງຜູ້ຮັ່ງມີທີ່ສຸດໃນໂລກ

ຈັສຕິນ ບີເບີຣ໌ ນັກຮ້ອງລະດັບດາວເດັ່ນ ຊາວແຄນາດາ ຜູ້ມີມູນຄ່າຊັບສິນປະມານ 285 ລ້ານໂດລາສະຫະລັດ ໂດຍການປະເມີນຂອງເວ໊ບໄຊຕ໌ Celebrity Net Worth ສົ່ງຜົນໃຫ້ສິລະປິນຊາຍທີ່ພວມມີອາຍຸໄດ້ 28 ປີ ກາຍເປັນໜຶ່ງໃນນັກຮ້ອງຜູ້ຮັ່ງມີທີ່ສຸດໃນໂລກ.

ຈາກນັກຮ້ອງໂນເນມເມື່ອ 15 ປີທີ່ແລ້ວຊຶ່ງຕອນນັ້ນ ຈັສຕິນ ບີເບີຣ໌ກໍ່ເໝືອນກັບສິລະປິນຫຼາຍຄົນທີ່ເຕີບໂຕມາໃນຍຸກອິນເຕີຣ໌ເນ໊ຕຊຶ່ງເລີ່ມຕົ້ນຈາກການອັພໂຫຼດເພງຄັຟເວີຣ໌ລົງຢູທູບ ຕໍ່ມາກໍ່ມີຜູ້ຕິດຕາມຢ່າງຫຼວງຫຼາຍ ແລະໜຶ່ງໃນແຟນເພງກໍ່ເປັນນັກການຕະຫຼາດຂອງ So So Def ນັ້ນກໍ່ຄື ສະກູຕເຕີຣ໌ ເບຣານ໌ ຊຶ່ງຮູ້ສຶກຊື່ນຊົມຜົນງານເພງຂອງໜຸ່ມນ້ອຍໄວ 13 ຈິ່ງເປັນທີ່ມາຂອງການຊັກຊວນໃຫ້ເຮັດເດໂມ (ເພງ ຫຼືກຸ່ມເພງທີ່ບັນທຶກລົງໃນເທປແຜ່ນຊີດີ ຫຼືໄຟລ໌ເພງດິຈິຕອລ ເພື່ອອອກຈຳໜ່າຍ) ແລະພາໄປຮູ້ຈັກກັບ ອັຊເຊີຣ໌ ນັກຮ້ອງດັງຊາວອະເມຣິກາຫຼັງຈາກນັ້ນ ບີເບີຣ໌ ກໍ່ໄດ້ເຊັນສັນຍາສ້າງຜົນງານເພງ ແລະໂດ່ງດັງຢ່າງໄວວາຊຶ່ງນອກຈາກຈະເປັນສິລະປິນຜູ້ຮັ່ງມີທີ່ສຸດໃນໂລກແລ້ວບີເບີຣ໌ ຍັງມີຜົນງານເພງຂາຍໄດ້ຫຼາຍກວ່າ150 ລ້ານແຜ່ນສຽງທົ່ວໂລກສົ່ງຜົນໃຫ້ ຈັສຕິນ ບີເບີຣ໌ ກ້າວຂຶ້ນເປັນສິລະປິນທີ່ມີຜົນງານເພງຂາຍດີທີ່ສຸດອີກດ້ວຍ.

ທັງນີ້ກໍ່ເຊັ່ນດຽວກັບນັກຮ້ອງທັງຫຼາຍເພາະລາຍໄດ້ສ່ວນໃຫຍ່ຂອງນັກຮ້ອງໄວໜຸ່ມຄົນນີ້ກໍ່ມາຈາກການ ທົວຣ໌ຄອນເສີຣ໌ຕ (ເຄື່ອນໄຫວສະແດງ) ແລະ ການອອກລາຍການສະແດງສົດ,ຊຶ່ງວາລະສານ ຟອຣ໌ບສ໌ ກໍ່ເຄີຍເປີດເຜີຍວ່າ ບີເບີຣ໌ ມີລາຍໄດ້ຕໍ່ຄືນໃນລະຫວ່າງການເຄື່ອນໄຫວສະແດງປະມານ ລ້ານໂດລາສະຫະລັດດັ່ງນັ້ນເມື່ອປະເມີນການ ທົວຣ໌ຄອນເສີຣ໌ຕ ແຕ່ລະຄັ້ງຊຶ່ງໃຊ້ເວລາຫຼາຍວັນໃນແຕ່ລະທົວຣ໌ຄອນເສີຣ໌ຕ ຈຶ່ງມີລາຍໄດ້ເປັນຕົວເລກເຖິງ8ຫຼັກ.

ນອກຈາກນີ້ຍັງມີການປະເມີນລາຍຮັບທີ່ນັກຮ້ອງດັງໄດ້ມາຈາກການສະຕຣີມມິງ (ດາວໂຫຼດຜ່ານຊ່ອງທາງອອນໄລນ໌) ແລະ ການຮ່ວມມືກັບແບຣນດ໌ສິນຄ້າຊື່ດັງຊຶ່ງສາມາດດູດເງິນເຂົ້າຖົງໄດ້ປີລະປະມານ 60-80 ລ້ານໂດລາສະຫະລັດ.