ຈີນ ສັ່ງປາບແກັ້ງ ສະແກມເມີຣ໌ຄອລເຊັນເຕີຣ໌

ຈີນ ອອກແນວທາງປາບປາມແກັ້ງສໍ້ໂກງດ້ານໂທລະຄົມມະນາຄົມ ແລະ ອິນເທີຣ໌ເນ໊ຕ, ໂດຍມີປະກາດໄລ່ລ່າຕາມຈັບ ແລະສົ່ງຕົວຮັບໂທດໃນຖານະຜູ້ຮ້າຍຂ້າມແດນ.

ມີລາຍງານໂດຍອ້າງການນຳສະເໜີຂອງສຳນັກຂ່າວຊິນຫົວວ່າສູນກາງພັກກອມມູນິດຈີນ ແລະລັດຖະບານ ແຫ່ງ ສປ ຈີນໄດ້ເຜີຍແຜ່ເອກະສານແນວທາງປະຕິບັດໃນການປາບປາມການສໍ້ໂກງດ້ານໂທລະຄົມມະນາຄົມ ແລະອິນເທີຣ໌ເນ໊ຕໂດຍລະບຸວ່າຈະຍົກລະດັບຄວາມພະຍາຍາມໃນການຕໍ່ສູ້ກັບອາຊະຍາກຳດ້ານໂທລະຄົມມະນາຄົມ ແລະ ການສໍ້ໂກງທາງອິນເທີຣ໌ເນ໊ຕທັງຈະຍົກລະດັບຄວາມຮ່ວມມືລະຫວ່າງປະເທດໃນການໄລ່ລ່າ ແລະສົ່ງຕົວຜູ້ກະທຳຜິດໃນອາຊະຍາກຳເຫຼົ່ານີ້ໃນຖານະຜູ້ຮ້າຍຂ້າມແດນອີກທັງເຈົ້າໜ້າທີ່ຈະພະຍາຍາມທຸກວິທີທາງເພື່ອຍຶດຄືນເງິນຈາກກຸ່ມມິດສາຊີບທີ່ສໍ້ໂກງໄປ.

ລາຍງານດຽວກັນໃຫ້ຮູ້ຕື່ມວ່າທາງການຈີນຈະນຳເທຄໂນໂລຢີມາໃຊ້ເພື່ອສະກັດກັ້ນເວ໊ບໄຊຕ໌ແອປພລິເຄຊັ້ນ ແລະຂໍ້ຄວາມສັ້ນທີ່ກຸ່ມມິດສາຊີບໃຊ້ເປັນເຄື່ອງມືລວມເຖິງໃຫ້ໜ່ວຍງານທີ່ມີອຳນາດບັງຄັບໃຊ້ກົດໝາຍ ສາມາດລະບຸຜູ້ທີ່ອາດຕົກເປັນເຫຍື່ອໄດ້ຢ່າງແໝ້ນຢຳຍິ່ງຂຶ້ນ.ຄຽງຄູ່ກັນນັ້ນ,ກໍ່ຈະມີການປູກຈິດສຳນຶກເພື່ອສ້າງຄວາມຮັບຮູ້ແກ່ປະຊາຊົນໃຫ້ສາມາດຮູ້ທັນກົນໂກງໄດ້ຮອບດ້ານຍິ່ງຂຶ້ນຂະນະດຽວກັນທາງເຈົ້າໜ້າທີ່ກໍ່ຈະເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງສະຖາບັນການເງິນເພື່ອສືບຫາ ແລະ ຕັດຊ່ອງທາງການຟອກເງິນໃໝ່ໆຂອງກຸ່ມມິດສາຊີບຊຶ່ງຜູ້ທີ່ກ່ຽວຂ້ອງກັບການສໍ້ໂກງດ້ານໂທລະຄົມມະນາຄົມ ຫຼືອິນເທີຣ໌ເນ໊ຕ ກໍ່ຈະຖືກຂຶ້ນບັນຊີດຳໂດຍລະບົບເຄຣດິຕທາງສັງຄົມ (social credit system) ຂອງປະເທດ.