ແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອ

ກິດຈະກຳການແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອໃຊ້ ປະຈຳປີ 2022 ໄດ້ຈັດຂຶ້ນໃນ ວັນ ທີ 22 ເມສາ ນີ້ ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຜູ້ຊີ້ນໍາວຽກງານຂະບວນການຊາວໜຸ່ມ, ມີບັນດາຫົວໜ້າກົມ, ຮອງກົມ ແລະພາກສ່ວນທີ່ກ່ຽວຂ້ອງ.

ດັ່ງທີ່ຮູ້ນໍາກັນແລ້ວວ່າໄລຍະຜ່ານມາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະກຳລັງມີການພັດທະນາໂດຍສະເພາະແມ່ນການຂະຫຍາຍຕົວດ້ານອຸດສາຫະກຳ, ການພັດທະນາດ້ານໂຄງລ່າງພື້ນຖານຂອງເສດຖະກິດໄດ້ຮັບການປັບປຸງ, ການພັດທະນາຕົວເມືອງ, ການຂົນສົ່ງ ແລະພະລັງງານໄຟຟ້າຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ. ຄຽງຄູ່ກັບການພັດທະນາ, ສປປ ລາວ ກໍພວມຜະເຊີນກັບບັນຫາທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນບັນຫາສິ່ງເສດເຫຼືອຈາກການນຳໃຊ້ຂອງຄົນເຮົາທີ່ນັບມື້ນັບເພີ່ມຂຶ້ນຈົນສົ່ງຜົນກະທົບຕໍ່ສິ່ງແວດລ້ອມໃນຫຼາຍຂົງເຂດ.

ການຈັດກິດຈະກຳຄັ້ງນີ້, ເພື່ອເປັນການສ້າງຂະບວນການຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ, ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ແລະ ເພື່ອໃຫ້ເປັນຂະບວນການອະນຸຮັກສິ່ງແວດລ້ອມໃຫ້ຍືນຍົງ, ຊຶ່ງເຫັນໄດ້ວ່າຊາວໜຸ່ມມີບົດບາດສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວ. ດັ່ງນັ້ນ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນຖານະຮັບຜິດຊອບໃນການນຳພາຂະບວນການເຄື່ອນໄຫວຕ່າງໆຂອງຊາວໝຸ່ມ, ໂດຍສະເພາະພະແນກແຂ່ງຂັນກົມຂະບວນການຊາວໜຸ່ມ ຊຶ່ງມີພາລະບົດບາດໃນການສົ່ງເສີມພອນສະຫວັນ, ຫົວຄິດປະດິດສ້າງດ້ານຕ່າງໆຂອງຊາວໜຸ່ມຈິ່ງໄດ້ຈັດການແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອໃຊ້ພາຍໃນນະຄອນຫຼວງວຽງຈັນ, ເພື່ອປູກຈິດສຳນຶກຮັກສາສິ່ງແວດລ້ອມ ແລະ ທັງເປັນການສົ່ງເສີມຫົວຄິດປະດິດສ້າງຂອງຊາວໜຸ່ມຕື່ມອີກ. ໂດຍຄະນະກຳມະການໄດ້ຄັດເລືອກເອົາ 8 ທີມຄື: ທີມ Passion, ທີມຂັນໄຊ ສອນມາລາ, ທີມຫຼຸດຜ່ອນຂີ້ເຫຍື້ອໃນສັງຄົມ, ທີມປະຍຸກໃຊ້, ທີມ NRD, ທີມສະຫຼາດຄິດ, ທີມສະຫວ່າງສະໄຫວ, ແລະ ທີມ VL ເພື່ອມາຊີງອັນດັບ 1,2 ແລະ 3.

ຜົນຂອງການປະກວດ ອັນດັບ 1 ແມ່ນທີມ ປະຍຸກໃຊ້ໄດ້ຮັບເງິນລາງວັນ 2 ລ້ານກີບ, ອັນດັບ 2 ​ແມ່ນທີມ Passion ໄດ້ຮັບເງິນລາງວັນ 1,5 ລ້ານກີບແລະອັນດັບ 3 ​ແມ່ນທີມ ສະຫວ່າງສະໄຫວໄດ້ຮັບເງິນລາງວັນ 1 ລ້ານກີບ.