ຜົນງານຂອງ ທລຍ ຕໍ່ການພັດທະນາຊຸມຊົນ

ຕະຫຼອດໄລຍະ 18 ປີຜ່ານມາ (2003-2021) ພາຍໃຕ້ການຊີ້ນໍາ-ນໍາພາຂອງ ພັກ-ລັດຖະບານ ກໍ່ຄືອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການສາກົນ. ທັງນີ້, ກອງທອນຫຼຸດຜ່ອນຄວາມທຸກຍາກ ຫຼື ທລຍ ໃນນາມຜູ້ຈັດຕັ້ງປະຕິບັດຕົວຈິງ, ຊຶ່ງໄດ້ຊ່ວຍປັບປຸງເງື່ອນໄຂການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ໂດຍຜ່ານຂະບວນການມີສ່ວນຮ່ວມ ແລະ ຕັດສິນໃຈຂອງປະຊາຊົນເປັນຕົ້ນແມ່ນແມ່ຍິງ ແລະ ຊົນເຜົ່າໃນພື້ນທີ່ເປົ້າໝາຍທີ່ທຸກຍາກທຸລະກັນດານຢູ່ 11 ແຂວງ.

ກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຊຶ່ງຈັດຂຶ້ນເມື່ອວັນທີ 22 ເມສາ 2022, ທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ທລຍ, ມີບັນດາຮອງລັດຖະມົນຕີຈາກກະຊວງ, ອົງການທຽບເທົ່າກະຊວງ ແລະ ຮອງເຈົ້າແຂວງ 10 ແຂວງເປົ້າໝາຍທີ່ ທລຍ ໃຫ້ການສະໜັບສະໜູນ ຊຶ່ງເປັນກຳມະການສະພາບໍລິຫານ, ພິເສດມີຜູ້ຕາງໜ້າ ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິຕເຊີຣ໌ແລນດ໌ (SDC) ເຂົ້າຮ່ວມ.

ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການບໍລິຫານ ທລຍ, ໄດ້ລາຍງານຕໍ່ທີ່ປະຊຸມວ່າ: ການປະຕິບັດງານຂອງ ທລຍ ໃນຊຸມຊົນເປົ້າໝາຍ 11 ແຂວງ, ໃນນັ້ນ ຈໍາປາສັກ (ໄດ້ຖອນອອກໃນປີ2011), ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ຫຼວງພຣະບາງ, ອຸດົມໄຊ ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງເມືອງທັງໝົດໃນທົ່ວປະເທດ (148 ເມືອງ) ໃນນັ້ນ 44 ເມືອງທີ່ນອນໃນ 47 ເມືອງ ແລະ 72 ເມືອງທຸກຍາກ ແລະ ທຸກທີ່ສຸດ ໃນປີ 2002. ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ມີ 2.262 ບ້ານ ທີ່ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫຼາຍກວ່າ 1.3 ລ້ານຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການຍ່ອຍຂອງ ທລຍ.

ແຕ່ປີ 2003-2021, ທລຍ ໄດ້ຮັບທຶນທັງໝົດ 210 ລ້ານໂດລາສະຫະລັດ ທີ່ມາຈາກຫຼາຍແຫຼ່ງທຶນເຊັ່ນ: ທະນາຄານໂລກ, ທຶນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິຕເຊີຣ໌ແລນດ໌, ລັດຖະບານອອສເຕຣເລຍ, ທຶນລັດຖະບານລາວສົມທົບ, ທຶນແກ້ໄຂໄພພິບັດຈາກພະຍຸເກດສະໜາ ແລະລັດຖະບານຍີ່ປຸ່ນ. ໃນນັ້ນ, ເປັນທຶນກູ້ຢືມຈາກທະນາຄານໂລກ ກວມເອົາ 39,67% ເຫຼືອນັ້ນເປັນການຊ່ວຍເຫຼືອລ້າ. ຊຶ່ງງົບປະມານທັງໝົດໄດ້ຖືກຈັດສັນໃສ່ກິດຈະກໍາການກໍ່ສ້າງ ແລະ ປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານຕ່າງໆ;ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະອົງການປົກຄອງທ້ອງຖິ່ນ; ກິດຈະກຳປົກປັກຮັກສາສິ່ງແວດລ້ອມ-ສັງຄົມ; ກິດຈະກຳປັບປຸງຊີວິດການເປັນຢູ່ ແລະວຽກງານບໍລິຫານຕ່າງໆ.ມີຈໍານວນ 6.670 ໂຄງການຍ່ອຍ, ໃນນັ້ນ, ມີ 5.796 ໂຄງການຍ່ອຍດ້ານໂຄງລ່າງພື້ນຖານທີ່ຕິດພັນກັບຍຸດທະສາດແລະແຜນພັດທະນາເສດຖະກິດ-ສັງຄົມຂອງ 4 ຂະແໜງການຄື: ການສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ໂຍທາທິການແລະວຽກງານກະສິກໍາມີ 874 ໂຄງການທີ່ກ່ຽວຂ້ອງກັບການຝຶກອົບຮົມສ້າງຄວາມເຂັ້ມແຂງ,ຫຼາຍກວ່າ 80% ຂອງໂຄງການຍ່ອຍແມ່ນຕັ້ງຢູ່ບ້ານທຸກແລະ ບ້ານທຸກຍາກທີ່ສຸດ. ຜູ້ຮັບຜົນປະໂຫຍດທັງໝົດ ສ່ວນຫລາຍແມ່ນຊົນເຜົ່າກວາມເຖິງ 73% ແລະ ເປັນແມ່ຍິງກວມເອົາເຄິ່ງໜຶ່ງ. ນອກຈາກນັ້ນກໍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ເພື່ອນໍາໃຊ້ເຂົ້າໃນວຽກງານການຄົ້ນຄວ້າຜົນກະທົບຂອງການພັດທະນາທີ່ນໍາໃຊ້ຮູບແບບຊຸມຊົນເປັນເຈົ້າການໃນປະເທດກໍາປູ່ເຈຍ, ສປ ຈີນ, ສປປ ລາວ, ໄທ ແລະ ສສ ຫວຽດນາມ.

ຕະຫຼອດໄລຍະ 18 ປີຜ່ານມາ, ເຫັນວ່າ ທລຍ ໄດ້ປະກອບສ່ວນເຂົ້າໃນແຜນງານຍຸດທະສາດແຫ່ງການເຕີບໂຕແລະລືບລ້າງຄວາມທຸກຍາກແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະເປົ້າໝາຍສະຫັດສະວັດຂອງການພັດທະນາຮອດປີ 2015. ຊຶ່ງທາງກອງທຶນກໍໄດ້ນໍາໃຊ້ຮູບແບບການພັດທະນາໂດຍໃຫ້ປະຊາຊົນເປັນເຈົ້າ ມີສ່ວນຮ່ວມໃນການວິເຄາະບັນຫາ, ການວາງແຜນ, ກໍານົດກິດຈະການຂອງໂຄງການ, ຈັດຕັ້ງປະຕິບັດ, ກວດກາ, ຕິດຕາມດ້ວຍຊຸມຊົນ ຫຼືສາກົນເອີ້ນວ່າ: ຮູບແບບຊີດີດີ (CDD)” ຊຶ່ງສອດຄ່ອງກັບນະໂຍບາຍ 3 ສ້າງຂອງພັກ-ລັດ ວາງອອກ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ”. ໂດຍລວມແລ້ວ ທລຍ ໄດ້ປະກອບສ່ວນເຂົ້າໃນການສ້າງ ແລະປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານຂອງລັດໃນດ້ານຕ່າງໆ ໂດຍຜ່ານຂະບວນການວາງແຜນແບບມີສ່ວນຮ່ວມ ແລະ ຕັດສິນໃຈຄັດເລືອກບຸລິມະສິດຄວາມຕ້ອງການຂອງປະຊາຊົນ ຫຼືສອດຄ່ອງກັບຄຳຂວັນທີ່ວ່າມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອຜົນປະໂຫຍດຂອງປະຊາຊົນ”.