ຍອດຜູ້ເສຍຊີວິດຈາກພາຍຸໃນໂມຊິມບິກອາດເພີ່ມ 1 ພັນກວ່າຄົນ

  ລັດຖະບານໂມຊໍາບິກປະເມີນຈຳນວນຜູ້ເສຍຊີວິດຈາກອິດທິພົນຮຸນແຮງຂອງພາຍຸອີກາຍວ່າ ເຖິງແມ່ນ ວ່າຕອນນີ້ມີຜູ້ເສຍຊີວິດພຽງ 80 ກວ່າຄົນ ແຕ່ໃນຄວາມເປັນຈິງອາດຫຼາຍກວ່າ 1 ພັນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມາປູໂຕໃນວັນທີ 19 ມີນາປີນີ້ວ່າ ລັດຖະບານ ໂມຊຳບິກປະເມີນຈຳນວນຜູ້ເສຍຊີວິດຈາກອິດທິພົນຮຸນແຮງຂອງພາຍຸໄຊໂຄລນ ອີດາຍ (Idai ) ອາດເພີ່ມຂຶ້ນ 1.000 ກວ່າຄົນ ເຖິງແມ່ນວ່າ ຕອນນີ້ ພົບຜູ້ເສຍຊີວິດຢ່າງໜ້ອຍ 84 ຄົນກໍ່ຕາມ ເນື່ອງຈາກມີໜູ່ບ້ານຫຼາຍແຫ່ງຫາຍໄປກັບກະແສນ້ຳໄຫຼພັດຮຸນແຮງ ແລະເກີດດິນເຈື່ອນເປັນບໍລິເວນກວ້າງ. ສ່ວນຄວາມໄວລົມໃກ້ສູນກາງຫຼາຍກວ່າ 170 ກິໂລແມັດຕໍ່ຊົ່ວໂມງ ພັດເຂົ້າທາງພາກຕາເວັນອອກສ່ຽງໃຕ້ຂອງທະວີບອາຟຣິກກາ.

ອົງການການແດງລາຍງານວ່າ ເກືອບທັງເມືອງໄດ້ຮັບຄວາມເສຍຫາຍ ປະຊາຊົນໄດ້ຮັບຄວາມເດືອດຮ້ອນ 530.000 ຄົນ ສະນະການໃນຂະນະນີ້ຮ້າຍແຮງ ແລະຄວາມເສຍຫາຍສົ່ງຜົນກະທົບເປັນບໍລິເວນກວ້າງ, ຖະ ໜົນຫຼາຍສາຍຖືກຕັດຂາດ.

0jk;lAo

ສປ ຈີນ: ທ່ານທຽນຊື່ຫົງຮອງຫົວໜ້າສຳນັກງານກຳກັບດູແລຕະຫຼາດແຫ່ງຊາດ ສປ ຈີນ ເປີດເຜີຍວ່າຈີນຈະອອກມາດຕະການໄລຍະຍາວເພື່ອຄວບຄຸມຕະຫຼາດໂດຍແນໃສ່ການແກ້ໄຂບັນຫາດ້ານຄຸນນະພາບຂອງຜະລິດຕະພັນທ່ານທຽນກ່າວວ່າການດຳເນີນການດັ່ງກ່າວຈະຊ່ວຍຍົກລະດັບການຄວບຄຸມດູແລ ແລະກວດກາວັດຖຸດິບທົ່ວປະເທດ ໂດຍຈະເນັ້ນໄປທີ່ຜະລິດຕະພັນຄຸນນະພາບຕໍ່າທີ່ຖືກເປີດໂປ່ງຜ່ານສື່ເມື່ອວັນທີ 15 ມີນາ ທີ່ຜ່ານມາ ຊຶ່ງເປັນ ວັນຄຸ້ມຄອງຜູ້ບໍລິໂພກ.

ອິນໂດເນເຊຍ: ທ່ານບູດີຄາຍາຊູມາດີລັດຖະມົນຕີຂົນສົ່ງຂອງອິນໂດເນເຊຍກ່າວວ່າລັດຖະບານອິນໂດ ເນເຊຍໄດ້ປະກາດຫ້າມຢ່າງຖາວອນບໍ່ໃຫ້ສາຍການບິນຕ່າງໆນຳເອົາເຮືອບິນໂບອິງ 737 MAX ບິນໃນ ນ່ານຟ້າຂອງອິນໂດເນເຊຍທ່ານຊູມາດີກວ່າວ່າຄຳສັ່ງຫ້າມດັ່ງກ່າວມີສາເຫດຈາກການປະເມີນຄວາມປອດ ໄພຂອງເຮືອບິນໂບອິງ 737 MAX 8 ຂອງສາຍການບິນຕ່າງໆ ລວມທັງຈາກຄຳເຕືອນຂອງສຳນັກງານ ການບິນພົນລະເຮືອນຂອງອາເມລິກາ (FAA) ທັງນີ້ ຄຳສັ່ງຫ້າມເປັນການຖາວອນຖືເປັນການໃຊ້ຄຳສັ່ງທີ່ເຂັ້ມງວດຂຶ້ນຂອງລັດຖະບານອິນໂດເນເຊຍຈາກເດີມທີ່ສັ່ງຫ້າມເປັນການຊົ່ວຄາວ.

ຟີລິບປິນ: ບໍລິສັດຈາດີນ ຊິນເລີ່ ຟີລິບປິນໄດ້ຕິດຕັ້ງລິຟ ແລະຂັ້ນໃດເລື່ອນໃຫ້ກັບອາຄານ The Finance Centre ເມື່ອຕົ້ນເດືອນກຸມພາທີ່ຜ່ານມາອາຄານສຳນັກງານລະດັບພຣີມຽມສູງ 42 ຊັ້ນແຫ່ງ ນີ້ສ້າງໂດຍບໍລິສັດ ໄດອິຈິພຣອບເພີຕີ້ ໃນຍ່ານການເງິນ ແລະໄລຟສໄຕລ ໂບນິຟາຊິໂອ ໂກລບອລ ຊິຕີ້ໃຈ ກາງນະຄອນຫຼວງມະນີລາ ປະເທດຟີລິບປິນອາຄານແຫ່ງນີ້ໄດ້ຮັບລາງວັນອາຄານສຳນັກງານລະດັບຫ້າດາວຍອດຍ້ຽມແຫ່ງຊາດຟີລິບປິນຈາກງານປະກາດລາງວັນ Asia Pacific Property Awards ປະຈຳ ປີ 2017-2018.

ດູໄບ: Downtown Dubai ຈະເປັນສະຖານທີ່ຕັ້ງຂອງດາວຫຼາຍກວ່າ 400 ດວງໃນຂັ້ນທຳອິດ ຂອງໂຄງການ ”Dubai Stars”  ທີ່ Emaar ກຽມເປີດໂຕເພື່ອຮູ້ບຸນຄຸນບັນດາຄົນດັງ ແລະຜູ້ມີອິດທິພົນ ຈາກທົ່ວໂລກ Dubai Stars ຈະກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ໃນ Downtown Dubai ຊຶ່ງ ປະຈຸບັນ 98% ຂອງນັກທ່ອງທ່ຽວທັງໝົດທີ່ມາຢ້ຽມຢາມດູໄບຕ່າງກໍບໍ່ພາດ Downtown Dubai ກັນ ຢູ່ແລ້ວ ເພື່ອຢ້ຽມຊົມສະຖານທີ່ທ່ອງທ່ຽວຊື່ດັງບໍ່ວ່າຈະເປັນ BurjKhalifa, Dubai Mall, The Dubai Fountain ແລະ Dubai Opera. Dubai Stars ສ້າງຂຶ້ນເພື່ອຍ້ອງຍໍບຸກຄົນທີ່ມີຊື່ສຽງແລະມີອິດທິພົນຕໍ່ ໂລກໃນເຊີງບວກຜ່ານທາງຜົນງານເພງຮູບເງົາສິລະປະສະຖາປັດຕະຍະກຳກິລາແລະວັນນະກຳລວມທັງ ບັນດາໂຊຊຽລອິນຟລູເອັນເຊີ.

ອາເມລິກາ: ທ່ານຊອນນີ ເພີດູລັດຖະມົນຕີກະຊວງກະສິກຳອາເມລິກາເປີດເຜີຍວ່າ ສປ ຈີນ ໄດ້ສະເໜີ ທີ່ຈະຊື້ສິນຄ້າກະສິກຳຈາກອາເມລິກາຈຳນວນຫຼາຍໃນລະຫວ່າງການເຈລະຈາມີຄວາມຄືບໜ້າແຕ່ຍັງ ມີຄວາມວິຕົກໃນປະເດັນອື່ນໆເຊັ່ນ: ເຕັກໂນໂລຊີຊີວະພາບທ່ານເພີດູກ່າວກັບຜູ້ສື່ຂ່າວໃນກອງປະຊຸມປະຈຳປີຂອງສະມາຄົມທັນຍາພືດ ແລະອາຫານສັດແຫ່ງຊາດໃນເມືອງອະມີເລຍໄອແລນລັດຟລໍຣິດາວ່າຈີນໄດ້ສະເໜີຊື້ສິນຄ້າກະສິກຳໃນລະດັບທີ່ນ່າດຶງດູດໃຈສູງ.

 ນສພ ເສດຖະກິດ-ສັງຄົມ