ຕິດຕາມລາຄານໍ້າມັນພືດ ຫຼັງອິນໂດ ລະງັບການສົ່ງອອກ

ຊາວໂລກບໍ່ພຽງແຕ່ປະສົບກັບບັນຫາລາຄານໍ້າມັນເຊື້ອໄຟທີ່ສູງຂຶ້ນເທົ່ານັ້ນເພາະໃນຂະນະນີ້ລາຄານໍ້າມັນປຸງແຕ່ງອາຫານກໍ່ແພງຂຶ້ນເຊັ່ນກັນໂດຍສະເພາະແມ່ນລາຄານໍ້າມັນປາລ໌ມທີ່ພຸ່ງສູງຂຶ້ນ, ຫຼັງຈາກອິນໂດນີເຊຍ ປະກາດລະງັບການສົ່ງອອກນໍ້າມັນປຸງແຕ່ງອາຫານທັງໝົດຊຶ່ງໄດ້ສ້າງຄວາມວິຕົກວ່າຈະຍິ່ງກະທົບພາວະເງິນເຟີ້ທົ່ວໂລກ.

ສຳນັກຂ່າວຕ່າງປະເທດ ທີ່ລາຍງານໃນວັນທີ 25 ເມສາ 2022 ໄດ້ລະບຸວ່າສັນຍາສົ່ງມອບນໍ້າມັນປາລ໌ມລ່ວງໜ້າທີ່ຕະຫຼາດຊື້-ຂາຍໃນນະຄອນ ກົວລາລຳເປີຣ໌ ຂອງມາເລເຊຍງວດສົ່ງມອບເດືອນກໍລະກົດພຸ່ງຂຶ້ນ 6% ແຕະທີ່ລະດັບ 6.738 ຣິງກິຕ (1.550 ໂດລາສະຫະລັດຕໍ່ໂຕນຊຶ່ງຖືເປັນລະດັບສູງສຸດນັບຕັ້ງແຕ່ວັນທີ 11 ມີນາ 2022 ເປັນຕົ້ນມາ.

ລາຄານໍ້າມັນປາລ໌ມທີ່ພຸ່ງສູງຂຶ້ນສືບເນື່ອງມາຈາກເມື່ອວັນທີ 22 ເມສາ 2022 ລັດຖະບານອິນໂດນີເຊຍໄດ້ປະກາດລະງັບການສົ່ງອອກນໍ້າມັນສຳລັບປຸງແຕ່ງອາຫານທັງໝົດມາດຕະການດັ່ງກ່າວມີທ່າອ່ຽງທີ່ຈະເຮັດໃຫ້ເກີດພາວະເງິນເຟີ້ອັນເນື່ອງມາຈາກການພຸ່ງຂຶ້ນຂອງລາຄາອາຫານທົ່ວໂລກຊຶ່ງອິນໂດນີເຊຍ ທີ່ເປັນປະເທດຜູ້ຜະລິດ ແລະ ສົ່ງອອກປາລ໌ມນໍ້າມັນລາຍໃຫຍ່ຂອງໂລກຄິດເປັນສັດສ່ວນເກືອບ 60% ຂອງການຜະລິດທົ່ວໂລກຊຶ່ງປະກາດວ່າລະງັບການສົ່ງອອກນໍ້າມັນປາລ໌ມນັບແຕ່ວັນທີ28ເມສານີ້ເປັນຕົ້ນໄປ ຈົນກວ່າລັດຖະບານຈະລົງຄວາມເຫັນວ່າ ບັນຫາການຂາດແຄນນໍ້າມັນປຸງແຕ່ງອາຫານໃນປະເທດໄດ້ຮັບການແກ້ໄຂແລ້ວ.

ລາຍງານດຽວກັນໃຫ້ຮູ້ຕື່ມວ່າຄວາມເຄື່ອນໄຫວຂອງອິນໂດນີເຊຍເປັນໄປຕາມທ່າອ່ຽງທີ່ຫຼາຍປະເທດທົ່ວໂລກຫັນມາໃຊ້ມາດຕະການຄຸ້ມຄອງພືດຜົນນັບຕັ້ງແຕ່ເກີດການສູ້ຮົບລະຫວ່າງຣັສເຊຍ ກັບ ຢູເຄຣນ ແລະມີການຄາດຄະເນວ່າການທີ່ອິນໂດນີເຊຍລະງັບການສົ່ງອອກນໍ້າມັນປາລ໌ມ ຍິ່ງຈະສົ່ງຜົນໃຫ້ພາວະເງິນເຟີ້ທົ່ວໂລກຮຸນແຮງຂຶ້ນຈາກປັດໄຈດ້ານລາຄາອາຫານ ແລະມີຄວາມກັງວົນວ່າຈະເກີດວິກິດໄພອຶດຫິວຢ່າງເຕັມຮູບແບບ.

ທັງນີ້ທ່ານ ອະວະຕາຣ ຊານດູ ຈາກບໍລິສັດ ຟິລລິປ ໂນວາ ກໍ່ໄດ້ກ່າວວ່າ:ການລະງັບສົ່ງອອກນໍ້າມັນປຸງແຕ່ງອາຫານ ແລະວັດຖຸດິບທີ່ກ່ຽວຂ້ອງຊຶ່ງໃຊ້ກັນຢ່າງແພ່ຫຼາຍໃນຂະບວນການຜະລິດນັບຕັ້ງແຕ່ເຂົ້າໜົມເຄກໄປຈົນເຖິງເຄື່ອງສຳອາງຈະມີຜົນຕໍ່ຕົ້ນທຶນຂອງຜູ້ຜະລິດອາຫານສຳເລັດຮູບທົ່ວໂລກ.

ຄວາມເຄື່ອນໄຫວດັ່ງກ່າວນຳມາຊຶ່ງຄຳຖາມຫຼາກຫຼາຍທີ່ບໍ່ມີຄຳຕອບໂດຍສະເພາະຢ່າງຍິ່ງເມື່ອເຫດການເກີດຂຶ້ນໃນຊ່ວງທີ່ນໍ້າມັນພືດປະເພດອື່ນໆ ກຳລັງປະສົບບັນຫາເປັນຕົ້ນກໍແມ່ນການຕອບສະໜອງນໍ້າມັນດອກຕາເວັນ ທີ່ເກີດຂໍ້ຈຳກັດຈາກຄວາມຕຶງຄຽດໃນພູມີພາກທະເລດຳທີ່ກຳລັງສົ່ງຜົນກະທົບໄປທົ່ວໂລກຢູ່ໃນຂະນະນີ້” ນັກທຸລະກິດຈາກບໍລິສັດ ຟິລລິປ ໂນວາ ກ່າວຢໍ້າ.