ໄໝ້ຫຼາຍກວ່າ 100 ສົບ ຈາກເຫດສະຫຼົດໂຮງກັ່ນນໍ້າມັນເຖື່ອນ ໄນຈີເຣຍ ລະເບີດ

ເກີດເຫດໂຮງງານກັ່ນນໍ້າມັນຢູ່ທາງຕອນໃຕ້ຂອງປະເທດໄນຈີເຣຍລະເບີດຫຼ້າສຸດມີລາຍງານຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ສົບ ຊຶ່ງທັງໝົດຖືກໄຟໄໝ້ຈົນເປັນຊາກດຳຂົດໂຂ.

ສຳນັກຂ່າວຕ່າງປະເທດ ໄດ້ລາຍງານໃນວັນທີ 25 ເມສາ 2022 ກ່ຽວກັບເຫດສະຫຼົດທີ່ເກີດຂຶ້ນເມື່ອວັນສຸກທີ 22 ຜ່ານມາໂດຍຕຳຫຼວດໄນຈີເຣຍ ລະບຸວ່າຈຸດເກີດເຫດເປັນໂຮງກັ່ນນໍ້າມັນຜິດກົດໝາຍຊຶ່ງຕັ້ງຢູ່ລະຫວ່າງລັດ ຣິເວີຣ໌ສ (Rivers) ແລະລັດອີໂມ (Imo).

ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ສຳນັກງານຄວບຄຸມໄພພິບັດສຸກເສີນແຫ່ງຊາດໄນຈີເຣຍ (NEMA) ໄດ້ຢືນຢັນຕໍ່ສື່ວ່າຕົວເລກຜູ້ເສຍຊີວິດຫຼ້າສຸດເພີ່ມຂຶ້ນຈາກ 80 ສົບເປັນຢ່າງໜ້ອຍ 110 ສົບ ແລະຍັງມີຜູ້ທີ່ໄດ້ຮັບບາດເຈັບສາຫັດເນື່ອງຈາກຖືກໄຟລວກອີກຈຳນວນຫຼາຍທີ່ພວມນອນປິ່ນປົວຢູ່ໃນຫ້ອງມໍລະສຸມ.

ທ່ານ ອິດຣີສ ມູຊາ ຫົວໜ້າສຳນັກງານກວດສອບ ແລະຕອບສະໜອງການຮົ່ວໄຫຼຂອງນໍ້າມັນແຫ່ງຊາດ (National Oil Spills Detection and Response Agency) ຢືນຢັນວ່າໄດ້ຕັ້ງຄະນະກຳມະການສອບສວນສາເຫດຂອງໂສກນາຕະກຳຄັ້ງນີ້ແລ້ວ ແລະຍອມຮັບວ່າເຫດການນີ້ມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.

ທັງນີ້ລັດຖະບານໄນຈີເຣຍ ໄດ້ມີຄຳສັ່ງໃຫ້ໜ່ວຍງານດ້ານຄວາມໝັ້ນຄົງ ແລະໜ່ວຍງານສືບສວນເລັ່ງດຳເນີນການປາບປາມກຸ່ມຄົນທີ່ລັກລອບກັ່ນນໍ້າມັນໂດຍປະທານາທິບໍດີ ມູຮຳບາດູ ບູຮາຣີ ກໍ່ໄດ້ອອກຖະແຫຼງການເມື່ອວັນອາທິດທີ24ເມສາ ວ່າ ໂສກນາຕະກຳຄັ້ງນີ້ຖືເປັນຫາຍະນະ ແລະໄພພິບັດຂອງຊາດຊຶ່ງພວກທີ່ສະໜັບສະໜູນອຸດສາຫະກຳນໍ້າມັນເຖື່ອນຈະຕ້ອງຖືກຈັບກຸມ ແລະນຳຕົວເຂົ້າສູ່ຂະບວນການຍຸຕິທັມທຸກຄົນ”.

ຢ່າງໃດກໍຕາມໄນຈີເຣຍກໍ່ມີເຫດການໄຟໄໝ້ທໍ່ສົ່ງນໍ້າມັນເກີດຂຶ້ນເລື້ອຍມາຊຶ່ງສາເຫດສ່ວນໜຶ່ງເປັນເພາະຂາດການສ້ອມແປງປັບປຸງນອກນັ້ນຍັງມີກຸ່ມຄົນທີ່ລັກລອບເຈາະທໍ່ເພື່ອລັກເອົານໍ້າມັນດິບໄປຂາຍໃນຕະຫຼາດມືດ.

ລາຍງານຂ່າວດຽວກັນ ໄດ້ອ້າງການໃຫ້ຂໍ້ມູນຈາກແຫຼ່ງຂ່າວໃນອຸດສາຫະກຳນໍ້າມັນຊຶ່ງເປີດເຜີຍວ່າໃນວັນໜຶ່ງໆ ໄນຈີເຣຍຕ້ອງສູນເສຍນໍ້າມັນດິບໄປກັບການຖືກລັກໂລບ ຫຼືການກັ່ນນໍ້າມັນເຖື່ອນປະມານແສນບາຣ໌ເຣລ.