ພາວະເສດຖະກິດຂັບເຄື່ອນຊ້າ ແລະເງິນເຟີ້ ກຳລັງທ້າທາຍເອເຊຍ

ເສດຖະກິດເອເຊຍມີທ່າອ່ຽງທີ່ຈະຜະເຊີນກັບພາວະເສດຖະກິດຂັບເຄື່ອນຊ້າ (Stagflation) ແລະ ເງິນເຟີ້ປັບຕົວສູງຂຶ້ນອີກທັງຜົນກະທົບຈາກຄວາມຂັດແຍ່ງລະຫວ່າງຣັສເຊຍ ແລະ ຢູເຄຣນລວມເຖິງການພຸ່ງຂຶ້ນຂອງລາຄາສິນຄ້າ ແລະການຂະຫຍາຍຕົວຊ້າຂອງເສດຖະກິດຈີນ ລ້ວນເປັນປັດໄຈທີ່ເຮັດໃຫ້ເສດຖະກິດຂອງທະວີບເອເຊຍຕ້ອງຜະເຊີນກັບຄວາມບໍ່ແນ່ນອນ.

ທັງນີ້ກອງທຶນການເງິນລະຫວ່າງປະເທດ ຫຼື ໄອເອັມເອຟ (IMF) ໄດ້ຄາດການວ່າເສດຖະກິດເອເຊຍຈະຂະຫຍາຍຕົວພຽງ 4,9% ໃນປີນີ້, ຊຶ່ງຫຼຸດລົງ 0,5% ຈາກຕົວເລກຄາດຄະເນໃນເດືອນມັງກອນ 2022. ໂດຍໄອເອັມເອຟ ໄດ້ຄາດການວ່າອັດຕາເງິນເຟີ້ໃນເອເຊຍຈະພຸ່ງຂຶ້ນແຕະລະດັບ 3,4% ໃນປີ 2022 ຊຶ່ງຕົວເລກດັ່ງກ່າວນັບວ່າສູງກວ່າທີ່ເຄີຍຄາດການໄວ້ໃນຕົ້ນປີນີ້.

ສຳນັກຂ່າວຕ່າງປະເທດຊຶ່ງລາຍງານໃນວັນທີ 26 ເມສາ 2022 ໄດ້ອ້າງຄຳກ່າວຂອງທ່ານນາງ ແອນ-ມາຣີ ກູລດ໌-ວອລ໌ຟ ຮັກສາການຜູ້ອຳນວຍການຝ່າຍກິດຈະການເອເຊຍ ແປຊີຟິກ ຂອງໄອເອັມເອຟ ທີ່ລະບຸວ່າເຖິງແມ່ນການຄ້າ ແລະການເງິນຂອງເອເຊຍ ໄດ້ຮັບຜົນກະທົບຈາກການສູ້ຮົບລະຫວ່າງຣັສເຊຍກັບຢູເຄຣນໃນວົງຈຳກັດ;ແຕ່ວ່າ ເສດຖະກິດໃນພູມີພາກແຫ່ງນີ້ ອາດຈະໄດ້ຮັບຜົນກະທົບຈາກວິກິດເຄັ່ງຕຶງດັ່ງກ່າວຜ່ານທາງສິນຄ້າໂພຄະພັນ (ເຄື່ອງອຸປະໂພກບໍລິໂພກ) ທີ່ພຸ່ງສູງຂຶ້ນ.ນອກນັ້ນການຂະຫຍາຍຕົວທີ່ຊ້າລົງຂອງເສດຖະກິດຢຸໂຣປຊຶ່ງເປັນຄູ່ຄ້າຂອງເອເຊຍກໍ່ເປັນອີກໜຶ່ງປັດໄຈທີ່ເຮັດໃຫ້ເສດຖະກິດເອເຊຍຫຼຸດຖອຍ.

ຢ່າງໃດກໍຕາມການທີ່ທະນາຄານກາງຂອງສະຫະລັດອະເມຣິກາ (ເຟດມີທ່າອ່ຽງທີ່ຈະປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງຊຶ່ງນັ້ນກໍ່ຈະກາຍເປັນສິ່ງທ້າທາຍຕໍ່ບັນດາທະນາຄານກາງໃນທະວີບເອເຊຍອັນເນື່ອງມາຈາກໜີ້ສິນຂອງເອເຊຍໃນຮູບສະກຸນເງິນໂດລາສະຫະລັດນັ້ນມີມູນຄ່າມະຫາສານ.

ສະຖານະການຣັສເຊຍ ແລະຢູເຄຣນ ທີ່ຍັງຄົງຕຶງຄຽດປະກອບເຂົ້າກັບສະພາບລະບາດຮອບໃໝ່ຂອງພະຍາດໂຄວິດ-19. ລວມເຖິງທ່າອ່ຽງທີ່ເຟດຈະປັບຂຶ້ນດອກເບ້ຍໄວກວ່າທີ່ຄາດການໄວ້ ແລະການລ໊ອກດາວນ໌ເມືອງສຳຄັນຂອງຈີນທີ່ຍືດເຍື້ອຍາວນານ,ປັດໄຈເຫຼົ່ານີ້ລ້ວນແລ້ວແຕ່ເປັນໄນສຳຄັນທີ່ຊີ້ໃຫ້ເຫັນຄວາມສ່ຽງຕໍ່ທ່າອ່ຽງການເຕີບໂຕຂອງເສດຖະກິດເອເຊຍທ່ານນາງ ກູລດ໌-ວອລ໌ຟ ກ່າວ.