ອິນໂດຊີ້ແຈງລະງັບສົ່ງອອກນໍ້າມັນປາລ໌ມ ສະເພາະນໍ້າມັນແປຮູບເທົ່ານັ້ນ

ອິນໂດນີເຊຍ ອອກມາຊີ້ແຈງກ່ຽວກັບຄຳສັ່ງຫ້າມສົ່ງອອກນໍ້າມັນປາລ໌ມ ທີ່ມີການປະກາດເມື່ອອາທິດຜ່ານມາອັນໄດ້ກາຍເປັນຂ່າວດັງຂ່າວໃຫຍ່ໄປທົ່ວໂລກຊຶ່ງຫຼ້າສຸດ ກໍ່ມີລາຍງານວ່າເມື່ອວັນທີ 25 ເມສາ 2022 ເຈົ້າໜ້າທີ່ກ່ຽວຂ້ອງໄດ້ອະທິບາຍເນື້ອໃນຄຳສັ່ງຫ້າມດັ່ງກ່າວແມ່ນມີຜົນບັງຄັບໃຊ້ສະເພາະກັບຜະລິດຕະພັນນໍ້າມັນປາລ໌ມໂອເລອິນ ຫຼືນໍ້າມັນປາລ໌ມແປຮູບ (RBD olein) ເທົ່ານັ້ນ.ຊຶ່ງບໍ່ໄດ້ລວມເຖິງການສົ່ງອອກນໍ້າມັນປາລ໌ມດິບແຕ່ຢ່າງໃດພາຍຫຼັງຄຳຊີ້ແຈງດັ່ງກ່າວກໍສົ່ງຜົນໃຫ້ລາຄານໍ້າມັນປາລ໌ມດິບທີ່ພຸ່ງສູງຂຶ້ນນັ້ນປັບຫຼຸດລົງມາແລ້ວ.

ຢ່າງໃດກໍຕາມຂ່າວການລະງັບສົ່ງອອກນໍ້າມັນປາລ໌ມ ກໍ່ໄດ້ສ້າງຄວາມແຕກຕື່ນຕໍ່ຜູ້ບໍລິໂພກນໍ້າມັນພືດທົ່ວໂລກດ້ວຍວ່າປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳອິນໂດນີເຊຍໄດ້ປະກາດເມື່ອສັບປະດາທີ່ຜ່ານມາວ່າອິນໂດນີເຊຍຈະລະງັບການສົ່ງອອກນໍ້າມັນປາລ໌ມເພື່ອແກ້ໄຂບັນຫາການຂາດແຄນນໍ້າມັນປຸງແຕ່ງອາຫານພາຍໃນປະເທດ.ໂດຍຄຳສັ່ງດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ28ເມສານີ້ ແລະວ່າລັດຖະບານຈະຍົກເລີກຄຳສັ່ງຫ້າມສົ່ງອອກດັ່ງກ່າວ,ກໍຕໍ່ເມື່ອສະຖານະການຂາດແຄນນໍ້າມັນປຸງແຕ່ງອາຫານບັນເທົາລົງ.

ລາຍງານຂ່າວດຽວກັນລະບຸຂໍ້ມູນທີ່ເປີດເຜີຍໂດຍສະມາຄົມນໍ້າມັນປາລ໌ມອິນໂດນີເຊຍ (GAPKI) ຊຶ່ງໃຫ້ຮູ້ວ່າອິນໂດນີເຊຍສົ່ງອອກນ້ຳມັນປາລ໌ມທີ່ຜ່ານຂະບວນການແປຮູບ ຈຳນວນ25,7ລ້ານໂຕນເມື່ອປີ2021,ຊຶ່ງຄິດເປັນສັດສ່ວນ75%ຂອງການສົ່ງອອກນໍ້າມັນປາລ໌ມທັງໝົດສ່ວນການສົ່ງອອກນໍ້າມັນປາລ໌ມດິບ ມີຈຳນວນ 2,74 ລ້ານໂຕນ ຫຼື ຄິດເປັນສັດສ່ວນ 7,98%.

ຢ່າງໃດກໍດີຫຼັງຈາກທີ່ທາງການອິນໂດນີເຊຍໄດ້ອອກມາຊີ້ແຈງເລື່ອງຄຳສັ່ງຫ້າມການສົ່ງອອກກໍ່ເຮັດໃຫ້ລາຄານໍ້າມັນປາລ໌ມດິບ ແລະລາຄານໍ້າມັນຖົ່ວເຫຼືອງເລີ່ມປັບຕົວຫຼຸດລົງທັງນີ້ລາຄາສັນຍາຊື້-ຂາຍນໍ້າມັນປາລ໌ມດິບ ໃນຕະຫຼາດສິນຄ້າໂພຄະພັນທີ່ກົວລາລຳເປີຣ໌ ປະເທດມາເລເຊຍ ກໍດິ່ງລົງກວ່າ 4% ໃນການຊື້-ຂາຍລະຫວ່າງວັນຊຶ່ງມາຢູ່ທີ່ລະດັບ 6.097 ຣິງກິຕ (1.399 ໂດລາສະຫະລັດຕໍ່ໂຕນຫຼັງຈາກທີ່ດີດຕົວຂຶ້ນໄປກວ່າ 7% ເມື່ອກ່ອນໜ້ານີ້ ແລະປິດຕະຫຼາດຫຼູດລົງ 2,1% ຫຼັງຈາກທີ່ມີຂ່າວວ່າອິນໂດນີເຊຍຈະຍັງຄົງສົ່ງອອກນໍ້າມັນປາລ໌ມດິບຕໍ່ໄປສ່ວນລາຄານໍ້າມັນຖົ່ວເຫຼືອງໃນສະຫະລັດອະເມຣິກາ ທີ່ຊື້-ຂາຍໃນຕະຫຼາດຊິຄາໂກກໍ່ຫຼຸດລົງມາ 0,77% ຫຼັງຈາກພຸ່ງຂຶ້ນແຕະລະດັບສູງສຸດເປັນປະຫວັດການເມື່ອວັນສຸກທີ 22 ເມສາ.

ອິນໂດນີເຊຍ ເປັນຜູ້ຜະລິດ ແລະສົ່ງອອກນໍ້າມັນປາລ໌ມລາຍໃຫຍ່ທີ່ສຸດຂອງໂລກຊຶ່ງມີປະລິມານຄິດເປັນສັດສ່ວນຫຼາຍກວ່າເຄິ່ງໜຶ່ງ ຫຼື ເກືອບ 60% ຂອງການຜະລິດທົ່ວໂລກ.

ຄວາມເຄື່ອນໄຫວຂອງອິນໂດນີເຊຍ ເປັນໄປຕາມທ່າອ່ຽງທີ່ຫຼາຍປະເທດທົ່ວໂລກຫັນມາໃຊ້ມາດຕະການຄຸ້ມຄອງພືດຜົນກະສິກຳພາຍໃນປະເທດນັບຕັ້ງແຕ່ເກີດການສູ້ຮົບລະຫວ່າງຣັສເຊຍ ກັບ ຢູເຄຣນ;ຂະນະທີ່ບັນດານັກວິຊາການດ້ານເສດຖະສາດກໍ່ອອກມາສະແດງຄວາມເຫັນວ່າການທີ່ອິນໂດນີເຊຍລະງັບການສົ່ງອອກນໍ້າມັນປາລ໌ມແປຮູບອາດຈະສົ່ງຜົນໃຫ້ພາວະເງິນເຟີ້ທົ່ວໂລກສູງຂຶ້ນອັນເນື່ອງມາຈາກການພຸ່ງຂຶ້ນຂອງລາຄາອາຫານ ແລະ ເປັນອີກໜຶ່ງປັດໄຈທີ່ຈະເພີ່ມຄວາມສ່ຽງວ່າຈະເກີດວິກິດຄວາມອຶດຫິວເຕັມຮູບແບບແຕ່ພາຍຫຼັງທີ່ອິນໂດນີເຊຍອອກມາອະທິບາຍວ່າ ການຫ້າມສົ່ງອອກບໍ່ໄດ້ລວມເຖິງນໍ້າມັນປາລ໌ມດິບກໍ່ເຮັດໃຫ້ຄວາມວິຕົກກັງວົນທີ່ກ່ຽວຂ້ອງກັບຜົນກະທົບນັ້ນຜ່ອນຄາຍລົງໃນລະດັບໜຶ່ງ.