2022 ຊາວໂລກຕ້ອງຈ່າຍຄ່າອາຫານແພງທີ່ສຸດ

ທ່າອ່ຽງລາຄາສິນຄ້າອຸປະໂພກ-ບໍລິໂພກໂດຍສະເພາະສິນຄ້າປະເພດອາຫານຈະປັບຕົວສູງຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດປີນີ້ໂດຍທະນາຄານໂລກ ຫຼືເວີລດ໌ແບງກ໌ ໄດ້ລະບຸວ່າສະຖານະການສູ້ຮົບລະຫວ່າງຣັສເຊຍ ກັບ ຢູເຄຣນ ເປັນປັດໄຈສຳຄັນທີ່ເຮັດໃຫ້ລາຄາສິນຄ້າໂພຄະພັນ(ເຄື່ອງອຸປະໂພກບໍລິໂພກ) ແລະພະລັງງານດີດຕົວສູງຂຶ້ນຊຶ່ງສະຖານະການຕຶງຄຽດດັ່ງກ່າວຈະສົ່ງຜົນກະທົບຕໍ່ຕະຫຼາດໂລກຕະຫຼອດທັງປີ 2022.

ສຳນັກຂ່າວຕ່າງປະເທດໄດ້ລາຍງານໃນວັນທີ 28 ເມສານີ້ວ່າສິນຄ້າອຸປະໂພກ-ບໍລິໂພກທີ່ຜະລິດຈາກຣັສເຊຍ ແລະຢູເຄຣນ ຈະປັບຕົວສູງຂຶ້ນຢ່າງຕໍ່ເນື່ອງໃນນັ້ນ ລາຄາອາຫານຈະພຸ່ງສູງຂຶ້ນຫຼາຍທີ່ສຸດນັບແຕ່ປີ 2008 ຫຼື ແພງທີ່ສຸດໃນຮອບ 14 ປີໂດຍທະນາຄານໂລກໄດ້ຄາດການວ່າລາຄາພະລັງງານຈະພຸ່ງຂຶ້ນກວ່າ 50% ພາຍໃນປີ 2022, ກ່ອນທີ່ຈະຄ່ອຍໆຫຼຸດລົງໃນປີ 2023 ແລະ 2024ທັງນີ້ລາຄານໍ້າມັນດິບ ເບຣນຕ໌ ໃນປີນີ້ຈະຢູ່ທີ່ລະດັບສະເລ່ຍ 100 ໂດລາສະຫະລັດຕໍ່ບາຣ໌ເຣລຊຶ່ງຖືເປັນລະດັບສູງສຸດນັບຕັ້ງແຕ່ປີ 2013 ແລະຈະເພີ່ມຂຶ້ນກວ່າ 40% ເມື່ອທຽບກັບລະດັບລາຄາໃນປີ 2021 ໂດຍຄາດວ່າລາຄາຈະປັບຕົວລົງມາຢູ່ທີ່ 92 ໂດລາໃນປີ 2023. ຢ່າງໃດກໍຕາມລາຄາທີ່ປັບລົງມານັ້ນກໍ່ຍັງຄົງສູງກວ່າຄ່າສະເລ່ຍ ປີ ທີ່ລະດັບ 60 ໂດລາສະຫະລັດຕໍ່ບາຣ໌ເຣລ.

ສ່ວນລາຄາເຄື່ອງອຸປະໂພກບໍລິໂພກ ແລະໂລຫະໃນປີນີ້ກໍຄາດວ່າຈະພຸ່ງຂຶ້ນເກືອບ 20%, ກ່ອນທີ່ຈະຄ່ອຍໆຫຼຸດລົງໃນປີຕໍ່ໆໄປພ້ອມນັ້ນທະນາຄານໂລກຍັງປະເມີນດ້ວຍວ່າ ປີ 2022 ນີ້ລາຄາເຂົ້າສາລີຈະພຸ່ງຂຶ້ນກວ່າ 40% ຊຶ່ງຈະເປັນລະດັບສູງສຸດໃນປະຫວັດການສ່ວນລາຄາໂລຫະກໍ່ຈະປັບຕົວຂຶ້ນປະມານ 16% ກ່ອນທີ່ຈະຄ່ອຍໆ ຫຼຸດລະດັບລົງໃນປີໜ້າແຕ່ກໍຍັງຖືເປັນລາຄາທີ່ຢູ່ໃນລະດັບສູງຫຼາຍ.

ໂດຍເວີລດ໌ແບງກ໌ ໄດ້ຄາດຄະເນອີກວ່າຖ້າຫາກການສູ້ຮົບລະຫວ່າງຣັສເຊຍ ກັບ ຢູເຄຣນ ແກ່ຍາວ ຫຼືມີການຂວໍ້າບາດ (ປິດກັ້ນຕໍ່ຣັສເຊຍຕື່ມອີກກໍ່ຈະເຮັດໃຫ້ລາຄາສິນຄ້າຫຼາຍຊະນິດພຸ່ງສູງຂຶ້ນໄປອີກ ແລະຄາດວ່າຈະມີສະພາບຜັນຜວນຫຼາຍກວ່າຕົວເລກທີ່ຄາດການໄວ້ໃນເບື້ອງຕົ້ນ.

ຕໍ່ໜ້າສະຖານະການດັ່ງກ່າວ, ທະນາຄານໂລກກໍ່ສະແດງຄວາມກັງວົນວ່າການທີ່ລາຄາສິນຄ້າຈຳເປັນຫຼາຍຊະນິດພຸ່ງສູງຂຶ້ນເປັນປະຫວັດການໃນປີນີ້ຈະສົ່ງຜົນກະທົບຊໍ້າເຕີມຄອບຄົວທີ່ມີລາຍໄດ້ໜ້ອຍກ່ຽວກັບເລື່ອງນີ້ທ່ານ ອາຮັນ ໂຄເຊ້ ຜູ້ອຳນວຍການກຸ່ມ Prospects Group ຂອງທະນາຄານໂລກກໍ່ໄດ້ກ່າວວ່າການເພີ່ມຂຶ້ນຂອງລາຄາອາຫານ ແລະພະລັງງານສົ່ງຜົນໃຫ້ມະນຸດ ແລະລະບົບເສດຖະກິດໂລກຕ້ອງສູນເສຍທັງມີທ່າອ່ຽງຂັດຂວາງຂະບວນການລົບລ້າງຄວາມທຸກຍາກ.