ຊາວກະສິກອນໃນທົ່ວເມືອງມະຫາໄຊເກັບກ່ຽວເຂົ້ານາແຊງໄດ້ແລ້ວ 60%

ທ່ານ ບຸນຍືນ ໄຊຍະລາດ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ປະຈໍາເມືອງມະຫາໄຊ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາແຊງປີ 2022 ທົ່ວເມືອງມະຫາໄຊມີເນື້ອທີ່ແຜນການທັງໝົດ 1.300 ເຮັກຕາ, ໝົດແນວປູກ 104 ໂຕນ , ຄາດຄະເນຜົນຜະລິດ 7.527 ໂຕນ. ໃນນັ້ນໄດ້ແບ່ງເນື້ອທີ່ຜະລິດເຂົ້າເປັນສະບຽງອາຫານ 650 ເຮັກຕາ, ຄາດຄະເນຜົນຜະລິດ 3.764 ໂຕນ ແລະແບ່ງເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າ 650 ເຮັກຕາ, ຄາດຄະເນຜົນຜະລິດ 3.763 ໂຕນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເນື້ອທີ່ນາລວມປະຕິບັດໄດ້ 1.325 ເຮັກຕາ, ປະຕິບັດລື່ນແຜນການ 25 ເຮັກຕາ ຫຼືເທົ່າກັບ 101,92 %. ໃນນັ້ນເນື້ອທີ່ຜະລິດເຂົ້າເປັນສະບຽງອາຫານປະຕິບັດໄດ້ 663 ເຮັກຕາ ລື່ນແຜນການ 13 ເຮັກຕາ ຫຼືເທົ່າກັບ 102 %, ເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າປະຕິບັດໄດ້  662 ເຮັກຕາ ລື່ນແຜນການ 12 ເຮັກຕາ ຫຼືເທົ່າກັບ 101,84 %.

ມາຮອດປັດຈຸບັນການເກັບກ່ຽວເຂົ້ານາແຊງໃນທົ່ວເມືອງປະຕິບັດໄດ້ແລ້ວໃນເນື້ອທີ່ 795 ເຮັກຕາ ຫຼື ເທົ່າກັບ 60 % ຂອງເນື້ອທີ່ທັງໝົດ. ໃນນັ້ນເນື້ອທີ່ຜະລິດເຂົ້າເປັນສະບຽງອາຫານເກັບກ່ຽວໄດ້ 100 ເຮັກຕາ ເທົ່າກັບ 15 % ຂອງເນື້ອທີ່, ເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້  397 ເຮັກຕາ ເທົ່າກັບ 60 % ຂອງເນື້ອທີ່

ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ປະຈໍາເມືອງມະຫາໄຊໄດ້ກ່າວຕື່ມວ່າ: ສາຍເຫດທີ່ພາໃຫ້ເນື້ອທີ່ຜະລິດເຂົ້ານາແຊງພາຍໃນເມືອງພີ້ມຂຶ້ນຍ້ອນວ່າເມືອງມີທ່າແຮງຈາກຄອງນໍ້າເທີນ 2 ທີ່ປ່ອຍນໍ້າສ່ວນໜຶ່ງລົງສູ່ພື້ນທີ່ບໍລິເວນທາມໜອງສະຕາວຊຶ່ງສາມາດຫົດເນື້ອທີ່ການຜະລິດໄດ້ 269 ເຮັກຕາໂດຍທີ່ບໍ່ໄດ້ນໍາໃຊ້ລະບົບຄອງຊົນລະປະທານແຕ່ຢ່າງໃດເຊິ່ງປະຊາຊົນເປັນຜູ້ບໍລິຫານຈັດການນໍ້າເອງ, ນອກຈາກນັ້ນເມືອງຍັງມີທີ່ຕັ້ງພູມສັນຖານທີ່ເປັນທົ່ງພຽງລຽບຕາມແມ່ນໍ້າສາຂານ້ອຍ-ໃຫຍ່ບວກກັບມີລະບົບຄອງຊົນລະປະທານຈໍານວນທັງໝົດ 18 ໂຄງການ , ການເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຊາວກະສິກອນແມ່ນໄດ້ເລີ້ມມາແຕ່ຕົ້ນເດືອນ ເມສາ 2022 ທັງນີ້ການເກັບກ່ຽວແມ່ນໄດ້ນໍາໃຊ້ລະບົບກົນຈັກສະໄໝໃໝ່ບວກກັບການເກັບກ່ຽວແບບດັ່ງເດີມ. ມາຮອດປັດຈຸບັນທາງຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງກໍ່ໄດ້ແຕ່ງຕັ້ງວິຊາການລົງໄປປະເມີນສະມັດຕະພາບຂອງການຜະລິດ ແລະຄາດຄະເນວ່າການເກັບກ່ຽວເຂົ້າໃນທົ່ວເມືອງຈະໃຫ້ສໍາເລັດໃນທ້າຍເດືອນພຶດສະພາ 2022 .