ສາລະວັນ ມີຄວາມກຽມພ້ອມເກືອບ 90% ແຂ່ງຂັນກີລາເປຕັງຊິງຂັນປະທານສະພາແຫ່ງຊາດ

  ທ່ານ ເດດສຸວັນ ມະໄລທອງປະທານສະຫະພັນກີລາເປຕັງ ແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ກັບສື່ມວນຊົນໃນວັນທີ 19 ມີນາ 2019  ກ່ຽວກັບການກະກຽມຈັດງານແຂ່ງຂັນກີລາເປຕັງຊີງຂັນປະ ທານສະພາແຫ່ງຊາດທົ່ວປະເທດ ຄັ້ງທີ IX ທີ່ແຂວງສາລະວັັນ ເປັນເຈົ້າພາບ, ຊຶ່ງຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 28-30  ມີນາ 2019. ປະຈຸບັນມີຄວາມພ້ອມແລ້ວເກືອບ 90%, ໂດຍສະຖານທີ່ແຂ່ງຂັນແມ່ນ ຢູ່ວິທະຍາໄລຄູສາລະວັນ. ການແຂ່ງຂັນກີລາເປຕັງຊີງຂັນ ປະທານສະພາແຫ່ງຊາດທົ່ວປະເທດຄັ້ງທີ  IX  ແມ່ນງານກີລາລະດັບຊາດ ທີ່ປະກອບດ້ວຍການແຂ່ງຂັນລະ ຫວ່າງບັນດາແຂວງ,  ນະຄອນຫຼວງ, ບັນດາກະຊວງ, ອົງການທຽບເທົ່າ ແລະບັນດາສະໂມສອນໃນທົ່ວປະ ເທດສະແດງອອກເຖິງອະລິຍະທຳ ມູນເຊື້ອອັນດີງາມຂອງປະຊາຊົນ ບັນດາເຜົ່າເປັນການສົ່ງເສີມ ແລະ ພັດທະນາວຽກງານກີລາແຫ່ງຊາດໃຫ້ນັບມື້ນັບເຂັ້ມແຂງຮັບປະກັນ ຈຸດປະສົງ ແລະລະດັບຄາດໝາຍ ເປັນການສົ່ງເສີມການຂະຫຍາຍວຽກງານກີລາກາຍະກຳເຂົ້າສູ່ມວນຊົນບັນດາເຜົ່າໃຫ້ຫັນມາຫຼິ້ນກີລາ ຢ່າງກວ້າງຂວາງ  ແລະຕໍ່ເນື່ອງ, ຍົກ ສູງສະມັດຕະພາບທາງຮ່າງກາຍ ແລະມານະຈິດໃນການຮັບໃຊ້ວຽກ ງານການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດເປັນການ ເຄື່ອນໄຫວດ້ານວັດທະນະທຳ-ສັງຄົມ, ສ້າງນ້ຳໃຈສາມັກຄີມີລະບຽບວິໄນຂອງຊາວໜຸ່ມ, ນັກສຶກສາ, ປັນຍາຊົນ ແລະປວງຊົນລາວບັນດາ ເຜົ່າ, ປະຈຸບັນມີຄວາມພ້ອມໃນດ້ານຕ່າງໆເຊັ່ນ: ແຕ່ງຕັ້ງອະນຸກຳມະການຕ່າງໆ, ສະຖານທີ່, ອຸປະກອນການກີລາ  ແລະອື່ນໆ, ຊຶ່ງການແຂ່ງ ຂັນຄັ້ງນີ້ຈະມີການຊິງໄຊເອົາຫຼຽນ ແລະຂັນແຫ່ງກຽດຕິຍົດມີທັງໝົດ 7 ລາຍການຄື: ດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ທິມຍິງ ແລະທິມຊາຍແລະທິມກິດຕິມະສັກຮຸ່ນອາຍຸ 45 ປີຂຶ້ນໄປ, ໂດຍການແຂ່ງຂັນຈະມີ ນັກກີລາຈາກ 17 ແຂວງ, 1 ນະ ຄອນຫຼວງ, ມາຈາກ 22 ກະຊວງ ແລະນັກກີລາຈາກກົມກອງທ້ອງ ຖີ່ນ.

  ເພື່ອເຮັດໃຫ້ງານແຂ່ງຂັນມີບັນຍາກາດຟົດຟື້ນ ແລະເບີກບານມ່ວນຊື່ນເຕັມໄປດ້ວຍຜູ້ຊົມ ແລະຜູ້ເຊຍ.ປະທານສະຫະພັນກິີລາເປຕັງແຂວງ ສາລະວັນ ຈຶ່ງໄດ້ເຊີນຊວນບັນດາ ທ່ານທັງຫຼາຍ, ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າພາກສ່ວນຕ່າງໆທົ່ວ ປະເທດ, ທ ັງພາກລັດ-ເອກະຊົນຈົ່ງໄດ້ເສຍສະຫຼະເວລາອັນມີຄ່າເຂົ້າ ຮ່ວມງານໃນຄັ້ງນີ້ ແລະປະກອບສ່ວນອຸປະຖຳໃຫ້ງານດັ່ງກ່າວສໍາ ເລັດຢ່າງຈົບງາມ.

ໂດຍ: ກິນດາວັນ